ຈີນບໍ່ຍອມ! ປະກາດຊ້ອມຮົບຄັ້ງໃໝ່ອ້ອມເກາະໄຕ້ຫວັນຫຼັງສິ້ນສຸດຊ້ອມຮົບໃຫຍ່
ກອງທັບຈີນປະກາດຊ້ອມຮົບຄັ້ງໃໝ່ໃນນໍ້າແລະອາກາດຮອບເກາະໄຕ້ຫວັນ ຫຼັງສິ້ນສຸດການຊ້ອມຮົບຄັ້ງໃຫຍ່ພຽງ 1ມື້ ເພື່ອຕອບໂຕ້ກໍລະນີທີ່ ທ່ານນາງ ແນນຊີ ເພໂລຊີ ປະທານສະພາຜູ້ແທນລາດສະຫະລັດເດີນທາງຢ້ຽມໄຕ້ຫວັນໃນອາທິດທີ່ຜ່ານມາ
ສຳນັກງານຮົບໃຫຍ່ຕາເວັນອອກຂອງຈີນປະກາດວ່າ ຈີນຈະດຳເນີນການຊ້ອມຮົບເພີ່ມໂດຍມຸ່ງເນັ້ນໄປທີ່ປະຕິບັດການຕໍ່ຕ້ານເຮືອດຳນໍ້າແລະການໂຈມຕີທາງທະເລ ຂະນະທີ່ນຍັກວິເຄາະດ້ານຄວາມໝັ້ນຄົງແລະນັກການທູດຕ່າງກັງວົນວ່າ ຈີນຈະຍັງຄົງເພີ່ມແຮງກົດດັນດ້ານກະຊວງປ້ອງກັນຕໍ່ໄປ.
ມີການລາຍງານວ່າ ການເດີນທາງຢ້ຽມໄຕ້ຫວັນຂອງທ່ານນາງ ເພໂລຊີ ອາທິດຜ່ານມາ ສ້າງຄວາມບໍ່ພໍໃຈໃຫ້ຈີນຫຼາຍ ເນື່ອງຈາກຈີນເບິ່ງວ່າໄຕ້ຫວັນເປັນພຽງເຂດແດນສ່ວນໜື່ງຂອງຈີນ ແລະໄດ້ຕອບໂຕ້ດ້ວຍການທົດສອບຍິງລູກສອນໄຟໄກຂ້າມໄຕ້ຫວັນເປັນຄັ້ງທຳອິດ ລວມເຖິງຍຸຕິການເຈລະຈາກັບສະຫະລັດອີກດ້ວຍ.
ທັ້ງນີ້ແມ່ນວ່າໄລຍະເວລາແລະຕຳແໜ່ງທີ່ຕັ້ງຂອງການຊ້ອມຮົບຄັ້ງໃໝ່ຍັງບໍ່່ແນ່ນອນ ແຕ່ໄຕ້ຫວັນໄດ້ວາງຂໍ້ຈຳກັດດ້ານການບິນເໜືອພື້ນທີ່ຊ້ອມຮົບຂອງຈີນທັງ 6ແຫ່ງຮອບເກາະແລ້ວ.
ກ່ອນທີ່ຈະມີການປະກາດການຊ້ອມຮົບຄັ້ງລ່າສຸດ ທ່ານນາງໄຊ່ ອິງເຫວິນ ປະທານາທິບໍດີ ໄຕ້ຫວັນ ໄດ້ພົບປະກັບທ່ານ ຣາບ ກອນຊຳເວ ນາຍົກລັດຖະມົນຕີເຊນວິນເຊນແລະເກນາດິນເຊິ່ງເດີນທາງຢ້ຽມໄຕ້ຫວັນ ໂດຍທ່ານນາງ ໄຊ່ ກ່າກັບທ່ານ ນາຍອນຊຳເວວ່າ ຮູ້ສຶກປະທັບໃຈທ່ານ ກອນຊຳເວ ໃນຄວາມຕັ້ງໃຈທີ່ຢ້ຽມໄຕ້ຫວັນຄັ້ງນີ້ ເຖິງແມ່ນວ່າຈີນຈະກົດດັນທາງການທະຫານຢ່າງໜັກກໍຕາມ.