ບໍ່ມີສັນຍານຕອບຮັບ! ຈີນບໍ່ສົນການຮຽກຮ້ອງກະຊວງປ້ອງກັນປະເທດສະຫະລັດທ່າມກາງເຫດຕືງຄຽດໄຕ້ຫວັນ

ບໍ່ມີສັນຍານຕອບຮັບ! ຈີນບໍ່ສົນການຮຽກຮ້ອງກະຊວງປ້ອງກັນປະເທດສະຫະລັດທ່າມກາງເຫດຕືງຄຽດໄຕ້ຫວັນ

ເຈົ້າໜ້າທີ່ທະຫານລະດັບສູງຂອງຈີນ ບໍ່ສົນຄຳຮຽກຮ້ອງຈາກບັນດາທ່ານທະຫານລະດັບສູງຂອງສະຫະລັດ ທ່າມກາງວິກິດຄວາມຕຶງຄຽດທີ່ປະທຸຂື້ນ ຕາມຫຼັງການເດີນທາງຢ້ຽມໄຕ້ຫວັນຂອງທ່ານນາງ ແນນຊີ ເພໂລຊີ ປະທານສະພາຜູ້ແທນລາດອາເມລິກາ


ເຊິ່ງມີການລະບຸວ່າ ຄວາມພະຍາຍາມຕິດຕໍ່ສື່ສານຂອງ ລອຍ ອັອດຕິນ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ປະທານເສນາທິການທະຫານລວມ ເກີດຂື້ນໃນຂະນະທີ່ຈີນຍັງຄົງເດີນໜ້າຍິງລູກສອນໄຟ ປະຈຳການກອງເຮືອຮົບແລະອາກາດ ໃນການຊ້ອມຮົບຄັ້ງໃຫຍ່ຢ່າງທີ່ບໍ່ເຄີຍມີມາກ່ອນອ້ອມຮອບໄຕ້ຫວັນ ເຈົ້າໜ້າທີ່ແລະຜູ່ຊ່ຽວຊານລະບຸວ່າ ການມິດຫງຽບຂອງຈີນເປັນຄວາມຄິດຕື້ນແລະເປັນຄວາມເຄື່ອນໄຫວທີ່ຂາດຄວາມຄິດ ທີ່ເພີ່ມຄວາມສ່ຽງເຮັດໃຫ້ສະຖານະການທີ່ຕືງຄຽດຢູ່ກ່ອນແລ້ວ ຮຸກຮານບານປາຍໜັກໜ່ວງຂື້ນໄປອີກ


“ຖ້າທະຫານຈີນປະຕິບັດແຂງແຮງຍິ່ງຂື້ນ ເຂົ້າມາໃກ້ກອງກຳລັງສະຫະລັດຫຼາຍຂື້ນແລະຖີ່ຂື້ນ ເຮົາຕ້ອງການກົນໄກເຫຼົ່ານີ້ຫຼາຍກວ່າເກົ່າ ເພື່ອສົ່ງເສີມສະຖຽນລະພາບແວດລ້ອມທີ່ສາມາດປະຕິບັດການໄດ້ຢ່າງປອດໄພ” ແຣນດິ ອາດີດເຈົ້ານ້າທີ່ລະດັບສູງ ລະບຸ

Leave a Reply

Your email address will not be published. Required fields are marked *

You cannot copy content of this page