6 ສິ່ງທີ່ຈະສ້າງຄວາມໝັ່ນໃຈໃຫ້ແກ່ຕົນເອງຫຼາຍຂື້ນ

ການຂາດຄວາມໝັ່ນໃຈນັ້ນເກີດຂື້ນໄດ້ກັບທຸກຄົນ ໂດຍສະເພາະຖ້າເຮົາຮູ້ສຶກວ່າຕົນເອງບໍ່ມີຄວາມສຳຄັນຫຼືຜິດປົກກະຕິໄປຈາກຄົນອື່ນເຊັ່ນ: ເປັນຄົນທີ່ມີອາຍຸໜ້ອຍທີ່ສຸດ ຫຼືຫຼາຍທີ່ສຸດໃນການເຮັດວຽກເປັນຄົນເກັບຕົວ,ເປັນຄົນຄິດຕ່າງ

ເຊິ່ງສາເຫດເຫຼົ່ານີ້ອາດເຮັດໃຫ້ຮູ້ສຶກບໍ່ໝັ່ນໃຈໃນຄວາມຄິດແລະຫການກະທຳຂອງເຮົາ ເຮັດໃຫ້ຕ້ອງຢໍ້າຄິດ ຮູ້ສຶກຢ້ານກັບທຸກເລື່ອງ ມື້ນິແອດຈະມາບອກວິທີການສ້າງຄວາມໝັ່ນໃຈໃຫ້ຕົນເອງດັ່ງລຸ່ມນີ້:


1.ຈົ່ງກ້າຕັດສິນໃຈ: ສິ່ງທີ່ສຳຄັນໃນການເສີມສ້າງຄວາມໝັ່ນໃຈນັ້ນລ້ວນມາຈາກ “ ການຕັດສິນໃຈ” ຂອງເຮົາເອງ ມີຄວາມເປັນໄປໄດ້ວ່າເຮົາມີຄຸນສົມບັດຫຼາຍເກີນພໍສຳລັບວຽກທີ່ເຮັດຢູ່ ພຽງແຕ່ວ່າເຮົາອາດມີຄວາມໝັ່ນໃຈບໍ່ຫຼາຍພໍທີ່ຈະສະແດງສັກກາຍະພາບເຫຼົ່ານັ້ນອອກມາກໍໄດ້ ດັ່ງນັ້ນຄວນປ່ຽນມາເສີມສ້າງຄວາມໝັ່ນໃຈໃຫ້ຕົນເອງເບິ່ງ.


2.ຈົ່ງຈື່ໄວ້ວ່າທຸກຢ່າງບໍ່ຈຳເປັນຕ້ອງສົມບູນແບບ: ເຊື່ອບໍ່ວ່າຄວາມລົ້ມເຫຼວແລະການຍອມສ່ຽງເປັນພື້ນຖານສຳຄັນຂອງຄວາມໝັ່ນໃຈ ໂດຍມີການວິເຄາະວ່າຜູ້ຍິງສາມາດເອົາຊະນະການມີແນວໂນ້ມທີ່ຈະຍືດຕິດກັບຄວາມສົມບູນແບບໄດ້ໂດຍເລີ່ມຈາກການຍອມຮັບວ່າຊີວິດນັ້ນບໍ່ໄດ້ມີຄວາມແນ່ນອນສະເໝີໄປ


3.ຈົ່ງໃຊ້ປະໂຫຍດຈາກຄວາມໝັ່ນໃຈທີ່ເຮົາມີຢູ່ແລ້ວ: ຖ້າເຮົາມີຄວາມໝັ່ນໃຈກວ່າທີ່ເຮົາຄິດ ໃນຊີວິດປະຈຳວັນຕ້ອງຕັດສິນໃຈເຮັດສິ່ງຕ່າງໆຫຼາກຫຼາຍເຊັ່ນ: ການເລືອກວ່າຈະກິນຫຍັງດີເປັນອາຫານ ຫຼື ການຄິດຂໍ້ຄວາມທີ່ຈະສົ່ງໄປຫາຄົນສຳຄັນ ການຕັດສິນໃຈເຫຼົ່ານີ້ຕ່າງກໍຕ້ອງໃຊ້ຄວາມໝັ້່ນໃຈໃນລະດັບໜື່ງທັງໝົດ.


4.ຈົ່ງເບີ່ງຂ້າມຄຳເວົ້າໃນທາງລົບ: ເຊິ່ງຂໍ້ນີອາດເບິ່ງຄືແປກ ແຕ່ການຄິດໃຫ້ອອກຈາກກອບຂອງຄວາມເປັນຈິງໜ້ອຍໜື່ງ ລອງເບິ່ງໂລກບອກແລ້ວເບິ່ງຂ້າມສິ່ງທີ່ລົບໆ ກໍອາດເປັນຂັ້ນຕອນສຳຄັນໃນການເສີມສ້າງຄວາມໝັ່ນໃຈໄດ້ເຊັ່ນກັນ.
5. ຈົ່ງເລີ່ມຕົ້ນໃຫ້ໄວແລະຮຽນຮູ້ຈາກຄວາມຜິດພາດເບິ່ງ: ເຮົາຄວນປູກຝັງໃຫ້ເດັນນອ້ຍເຫັນເຖິງຂໍ້ດີຂອງການມີຄວາມໝັ່ນໃຈໃນຕົນເອງແລະເບິ່ງວ່າຄວາມລົ້ມເຫຼວເປັນເລື່ອງປົກກະຕິຕັ້ງແຕ່ອາຍຸຍັງນ້ອຍ ຈົ່ງກະຕຸ້ນໃຫ້ກ້າທີ່ຈະສ່ຽງ ສອນໃຫ້ຮູ້ວ່າການເຮັດໃຫ້ຜູ້ອື່ນເພິ່ງພໍໃຈຫຼືການເປັນຄົນດີຕະຫຼອດເວລານັ້ນບໍ່ແມ່ນສິ່ງທີ່ສຳຄັນທີ່ສຸດສະເໝີໄປ.


6. ຈົ່ງຢ່າຢ້ານທີ່ຈະຂໍຄຳແນະນຳ: ເຊິ່ງການທີ່ເຮົາເລີ່ມເຮັດທຸກິດໃນຄອບຄົວຕັ້ງແຕ່ອາຍຸຍັງນ້ອຍ ເມື່ອຕ້ອງບໍລິຫານຄົນທີ່ອາຍຸຫຼາຍກວ່າ ຈື່ງຂາດຄວາມໝັ່ນໃຈຢູ່ຕະລອດ ເພາະການທີ່ອາຍຸຍັງນ້ອຍເຂົາອາດຈະຮູ້ສຶກວ່າຕົນເອງບໍ່ສະຫຼາດເທົ່າຫຼາຍໆຄົນຮອບຕົວ ດັ່ງນັ້ນຖ້າຢາກເພີ່ມຄວາມໝັ່ນໃຈໃຫ້ຫຼາຍຂື້ນຄວນຝຶກໃຫ້ຕົນເອງກ້າຂໍຄຳແນະນຳຈາກຄົນຮອບຂ້າງ ຄົນທີ່ມີຄວາມຮູ້ຄວາມຊຳນານໃນດ້າສນນັ້ນໆກໍເປັນວິທີທີ່ດີເຊັ່ນກັນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page