8 ຊະນິດຜັກໝາກໄມ້ທີ່ບໍ່ຄວນປອກເປືອກກ່ອນຮັບປະທານ

ຜັກໝາກໄມ້ຫຼາຍຊະນິດທີ່ເຮົາຕັ້ງໃຈຮັບປະທານເພື່ອໃຫ້ໄດ້ວິຕາມິນແລະເກຶອແຮ່ທີ່ມີປະໂຫຍດຕໍ່ຮ່າງກາຍ ແຕ່ບໍ່ຮູ້ວ່າຈະທາຍເອົາສິ່ງດີໆມີປະໂຫຍດທີ່ທຳມະຊາດໃຫ້ມາອອກໄປໝົດ ດ້ວຍການ “ປອກເປືອກ” ຖິ້ມໄປນັ້ນເອງ ມີຜັກໝາກໄມ້ຊະນິດໃດທີ່ເຮົາຄວນກີນທັງເປືອກມີດັ່ງລຸ່ມນີ້:


1.ໝາກສີດາ: ເປັນໝາກໄມ້ທີ່ມີວິຕາມິນສູງແລະເປືອກໝາກສີດານັ້ນກໍເປັນແຫຼ່ງທີ່ມີວິຕາມິນດີໆຢູ່ຫຼາກຫຼາຍເຊັ່ນກັນ ດັ່ງນັ້ນຖ້າເຮົາຮັບປະທານໝົດເປືອກໄດ້ ກໍຈະເຮັດໃຫ້ເຮົາໄດ້ຮັບວິຕາມິນທີ່ເປັນປະໂຫຍດຕໍ່ຮ່າງກາຍໄດ້ຫຼາຍຂື້ນ.


2.ແຄລັອດ: ມີເບຕ້າແຄໂຣທີນສູງແລະມີຢູ່ຫຼາຍບ່ອນເປືອກ ຫາກເປັນແຄລັອດຫົວໃຫຍ່ທີ່ເປືອກອາດຈະໜາຫຼືບໍ່ສວຍງາມ ແຕ່ບາງຄົນອາດບໍ່ຢາກຮັບປະທານໝົດເປືອກ ແຕ່ຖ້າຫາກເປັນແຄລັອດອ່ອນໆ ຫົວນ້ອຍ ກີນໄດ້ທັງເປືອກເລີຍ.
3.ໝາກເລັ່ນ: ບາງເມນູອາດຕ້ອງປອກທັງເປືອກໝາກເຂືອອອກ ແຕ່ເນື້ອໝາກເຂືອຈະນຸ່ມກໍຕາມ ແຕ່ຢາກຈະບອກວ່າຖ້າເອົາມາຮັບປະທານສົດໆຫຼືລົງໄປຕົ້ມ,ໄປຜັດ ໂດຍທີ່ບໍ່ຕ້ອງປອກເປືອກໄດ້ກໍຈະດີຫຼາຍ ເພາະເປືອກຂອງໝາກເລັ່ນເປັນແຫຼ່ງລວມວິຕາມິນຊີ,ເບຕາແຄໂຣທິນແລະໄລໂຄປີນ.


4.ໝາກສາລີ: ບາງຄົນມັກກິນສາລີແບບປອກເປືອກ ແຕ່ເຮົາຂໍບອກວ່າເປືອກຂອງສາມລີມີວິຕາມິນຊີສູງແລະຍັງມີສານຕ້ານມະເຮັງແລະຊ່ວຍຫຼຸດຄໍເລດເຕີລໍໃນຮ່າງກາຍອີກດ້ວຍ ເພາະດັ່ງນັ້ນຫາກຮັບປະທານສາລີລ້າງແລ້ວຊອຍເປັນຕ່ອນນ້ອຍໆແລ້ວຮັບປະທານໄດ້ເລີຍ.
5.ໝາກແອັບເປີນ: ໝາກໄມ້ຍອກຮິດທີ່ຫຼາຍຄົນມັກປອກເປືອກຫຼືເປືອກບໍ່ສວຍງາມ ແຕ່ນອກຈາກການປອກເປືອກແອັບເປີ່ນຈະເຮັດໃຫ້ແອັບເປີນດຳໄວຂື້ນແລ້ວ ຍັງເຮັດໃຫ້ແອັບເປີ່ນສູນເສຍວິຕາມິນດີໆໄປຫຼາຍເຊັ່ນກັນ.


6.ໝາກເຂືອມ່ວງ: ເປຶອກຂອງໝາກເຂືອມ່ວງມີສານທີ່ຮຽກວ່າ ນາຊູນິນ ທີ່ຊ່ວຍປົກປ້ອງໃຫ້ຫົວໃຈແຂງແຮງແລະສານນີ້ຍັງຄົງຢູ່ເຖິງຈະຜ່ານການປຸງແຕ່ງດ້ວຍຄວາມຮ້ອນດັ່ງນັ້ນຫາກປອກເປືອກກ່ອນຮັບປະທານອາດບໍ່ໄດ້ສານອາຫານດີໆ
7. ໝາກແຕງ: ຫຼາຍຄົນກໍອາດຈະມັກຮັບປະທານແບບປອກເປືອກເຊັ່ນກັນ ແລ້ວເປືອກຂອງໝາກແຕງມີໄຟເບີສູງ ຊ່ວຍໃຫ້ລະບົບຂັບຖ່າຍເປັນໄປຢ່າງປົກກະຕິຈື່ງສາມາດປ້ອງກັນມະເຮັງລຳໄສ້ໃຫຍ່ໄດ້ດ້ວຍ.


8.ມັນຝຣັ່ງ: ສ່ວນຫຼາຍມັກປອກເປືອກອອກໝົດ ແຕ່ຮູ້ບໍ່ວ່າເປືອກຂອງມັນຝຣັ່ງເຕັມໄປດ້ວຍໂພແທສຊຽມແລະທາດເຫຼັກ ເຊິ່ງສ່ວນໃຫຍ່ຈະຢູ່ໃນເປືອກ ຖ້າເປືອກບໍ່ໜາເກີນໄປລອງຮັບປະທານໝົດເປືອກເບິ່ງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page