ໃກ້ຊະນະແລ້ວ! ສະຫະລັດຄາດການທະຫານຣັດເຊຍເຈັບ-ເສຍ ຊີວິດ ແລ້ວກວ່າ8ໝື່ນຄົນ
ເຈົ້າໜ້າທີ່ລະດັບສູງໄດ້ປະເມີນວ່າຝ່ານຣັດເຊຍເສຍ ຊີວິດແລະໄດ້ຮັບບາດເຈັບໄປແລ້ວບໍ່ຕໍ່າກວ່າ 80.000ຄົນໃນຢູເຄຼນນັບຕັ້ງແຕ່ສົງຄາມເລີ່ມຕົ້ນຂື້ນໃນເດືອນກຸມພາ ຂະນະທີ່ໜ່ວຍງານຄວາມໝັ່ນຄົງຂອງຄຽບ ອ້າງວ່າໄດ້ຈັບກຸມບັນດາສາຍລັບຣັດເຊຍ ທີ່ກຳລັງວາງແຜນສັງຫານລັດຖະມົນຕີກະຊວງປ້ອງກັນປະເທດແລະຜູ້ບັນຊາການໜ່ວຍຂ່າວກອງທະຫານຂອງປະເທດ
ທ່ານ ໂຄລິນ ຄາ ລັດຖະມົນຕີກະຊວງປ້ອງກັນປະເທດກ່າວວ່າ “ບາງທີຣັດເຊຍອາດປະສົບຄວາມສູນເສຍ ເສຍ ຊີວິດ ແລະໄດ້ຮັບບາດເຈັບໄປແລ້ວ 70.000-80.000ຄົນ ພາຍໃນເວລາບໍ່ຮອດ 6ເດືອນ” ແລະ ກອງກຳລັງຣັດເຊຍສູນເສຍລົດຫຸ້ມເກາະໄປແລ້ວເກືອບ 3.000-4.000ຄັນເຊັ່ນກັນ ແລະ ອາດເຫຼືອລູກສອນໄຟທີ່ມີຄວາມແນ່ນອນບໍ່ຫຼາຍແລ້ວ ໃນນັ້ນລວມເຖິງລູກສອນໄຟທີ່ຍິງຈາກອາກາດແລະທະເລ ຫຼັງຈາກໃສ່ເປົ້າໝາຍຕ່າງໆໃນຢູເຄຼນເປັນຈຳນວນຫຼາຍ ນັບຕັ້ງແຕ່ເປີດສາກຮຸກຮານໃນເດືອນກຸມພາ.
“ຄວາມສູນເສຍຂອງພວກເຂົານັ້ນບໍ່ທຳມະດາ ໂດຍສະເພາະເມື່ອພິຈາລະນາວ່າຣັດເຊຍບໍ່ປະສົບຜົນສຳເລັເຕ່າງໆຕາມເປົ້າໝາຍຂອງວາລາດິມີ ປູຕິນ ໃນຊ່ວງເລີ່ມເຮັດສົງຄາມ” ຄາ ໄດ້ກ່າວ ແລະ ບອກວ່າການທີ່ກອງກຳລັງຣັດເຊຍຫຼຸດລະດັບການໃຊ້ລູກສອນໄຟຍິງໄກແລະນຳວິທີການທີ່ມີຄວາມແນ່ນອນສູງ ຄືການບົ່ງຊີ້ວ່າສະບຽງອາວຸດຂອງພວກເຂົາຫຼຸດຕໍ່າລົງຫຼາຍ ໃຫ້ຮອດລະດັບທີ່ຣັດເຊຍຈຳເປັນຕ້ອງຮັກສາໄວ້ໃນຄັງສຳຮອງສຳລັບກໍລະນີສຸກເສີນອື່ນໆ.