ເພນຕາກອນສະຫະລັດໄດ້ອອກມາກ່າວວ່າ ຈະມອບຄວາມຊ່ວຍເຫຼືອທາງທະຫານຮອບໃໝ່ໃຫ້ແກ່ຢູເຄຼນອີກ 1.000ລ້ານໂດລາ
ໃນນັ້ນລວມເຖິງເພີ່ມເຕີມລະບົບຈະຫຼວດ ທີມີຄວາມແມ່ນຍຳສູງ ເຊິ່ງສາມາດຊ່ວຍກອງກຳລັງຄຽບໂຈມຕີທະຫານຣັດເຊຍທີ່ຢູ່ໄກອອກໄປຫຼັງແນວໜ້າ ການຊ່ວຍເຫຼືອລ່າສຸດນີ້ ຍັງບໍ່ລວມໄປເຖິງການຈັດຫາເພີ່ມເຕີມລູກສອນໄຟຈາກພື້ນດິນສູ່ອາກາດ
ສໍາລັບປ້ອງກັນເຮືອບິນແລະຈະຫຼວດຂອງຝ່າຍຣັດເຊຍ ຈະຫຼວດຕໍ່ຕ້ານຍານເກາະ ເຈບລິນ ແລະກະສູນອື່ນໆ ຈາກຄຳຖະແຫຼງທີ່ເຜີຍແພ່ໂດຍກະຊວງປ້ອງກັນສະຫະລັດ
“ອາວຸດເຫຼົ່ານີ້ ມີແສນຍານນຸພາບທີ່ສຳຄັນຫຼາຍສຳລັບຊ່ວຍເຫຼືອຢູເຄຼນປັດເປົ່າການຮຸກຮານຂອງຣັດເຊຍໃນພາກຕາເວັນອອກແລະຍັງຊ່ວຍຈັດການກັບສະຖານະການທີ່ຄ່ອຍໆປະກົດຂື້ນໃນພາກໃຕ້ແລະບ່ອນອື່ນໆ” ໂຄລິນ ຄາ ລັດຖະມົນຕີປ້ອງກັນປະເທດສະຫະລັດ ລະບຸ
ຄວາມເຄື່ອນໄຫວລ່າສຸດ ສົ່ງຜົນໃຫ້ຈຳນວນເງີນຊ່ວຍເຫຼືອດ້ານຄວາມໝັ້່ນຄົງທີ່ສະຫະລັດມອບໃຫ້ຢູເຄຼນ ນັບຕັ້ງແຕ່ຣັດເຊຍເປີດສາກຮຸກຮານປະເທດແຫ່ງນີ້ໃນເດືອນກຸມພາ ຂະຫຍາຍຂື້ນໄປຮອດລະດັບ 9.100ລ້ານໂດລາສະຫະແລ້ວ
“ສະຫະລັດຢືນຢັນຈະຄຽງຂ້າງພັນທະມິດແລະຄູ່ຂາຫຼາຍກວ່າ 50ປະເທດ ໃນການມອບຄວາມຊ່ວຍເຫຼືອດ້ານຄວາມໝັ້່ນຄົງທີ່ສຳຄັນ ສະໜັບສະໜູນການປ້ອງກັນອຳນາດອະທິປະໄຕແລະບູລະນະພາບແຫ່ງດິນແດນຂອງຢູເຄຼນ ຈາກການຮຸກຮານຂອງຣັດເຊຍ” ແອນໂທນີ ບິນເຄນ ລັດຖະມົນຕີຕ່າງປະເທດສະຫະລັດ ລະບຸ