ຄວນຮູ້ ເຈັບຫຼັງບ່ອນໃດ ທີ່ບົ່ງບອກເຖິງຜົນເສຍຕໍ່ຮ່າງກາຍ?

ຄວນຮູ້ ເຈັບຫຼັງບ່ອນໃດ ທີ່ບົ່ງບອກເຖິງຜົນເສຍຕໍ່ຮ່າງກາຍ?

ເມື່ອຄົນອ້ອມຂ້າງຫຼາຍຄົນເລີ່ມມີອາການເຈັບຫຼັງເຖິງຂັ້ນລົບກວນການນອນຫຼັບພັກຜ່ອນຕອນກາງຄືນ ການນັ່ງເຮັດວຽກຕອນສວຍ ລວມໄປເຖິງນັ່ງຫຼິນຊື່ໆຍັງເຈັບ ແລະເຮົາໄດ້ຫາສາເຫດທີ່ເຮັດໃຫ້ເກີດອາການເຈັບເຫຼົ່ານັ້ນແລະກໍມີສາເຫດໂລກຕ່າງໆທີ່ອາດເກີດຂື້ນມີດັ່ງລຸ່ມນີ້:


1.ເຈັບຕາມແນວກະດູກສັນຫຼັງ: ຫາກມີອາການເຈັບກາງຫຼັງ ໂດຍໄລ່ຕັ້ງແຕ່ເທິງລົງລຸ່ມ ແຕ່ເປັນບໍລິເວນກາງຫຼັງພໍດີ ສັນນິຖານວ່າເກີດອາການຜິດປົກກະຕິຂື້ນກັບກະດູກສັນຫຼັງ,ໝອນຮອງກະດູກຫຼືເອັນຍືດລະຫວ່າງກະດູກສັນຫຼັງ ເກີດຈາກການກົ້ມໆ,ເງີຍໆ,ຍົກເຄື່ອງໜັກຫຼືຕ້ອງຍົກໜັກເປັນເວລາດົນ.


2.ເຈັບຫຼັງຊ່ວງເທິງໃກ້ບ່າ,ລຳຄໍ,ທ້າຍງ່ອນ: ປົກກະຕິຫາກໃຜມີອາການໃນບໍລິເວນນີ້ ມັກເກີດຈາກການນັ່ງເຮັດວຽກໃນທ່າທີ່ບໍ່ເໝາະສົມຫຼືໃນສະຖານທີ່ບໍ່ເໝາະສົມເຊັ່ນ:ໂຕະເຮັດວຽກແລະຕັ່ງເຮັດວຽກບໍ່ສຳພັນກັບຫົວຮ່າງກາຍ ຈື່ງເຮັດໃຫ້ການຈັດລະບຽບຮ່າງກາຍ ທ່ານັ່ງໃນການເຮັດວຽກຜິດປົກກະຕິໄດ້.


3.ເຈັບກ້າມເນື້ອຫຼັງຊ່ວງກາງ ເບື້ອງຊ້າຍ-ຂວາ: ສ່ວນນີ້ທີ່ເປັນກ້າມເນື້ອຫຼັງ ທີ່ຢູ່ຖັດໄປທາງເບື້ອງຊ້າຍຫຼືຂວາຈາກຊ່ວງກະດູກສັນຫຼັງ ອາດມີສາເຫດມາຈາກອຸບັດຈິເຫດຈາກການອອກກຳລັງກາຍ,ຫຼິ້ນກິລາ,ການເໜັງຕີງຮ່າງກາຍຜິດທ່າໃນຈັງຫວະອັນວ່ອງໄວຈົນເກີດອາການກ້າມເນື້ອອັກເສບ ຫາກມີສາເຫດຈາກປັດໄຈເຫຼົ່ານີ ອາການເຈັບຈະຄ່ອຍໆດີຂື້ນເມື່ອພັກການໃຊ້ເຮັດກ້າມເນື້ອສ່ວນນັ້ນກ່ອນ.


4.ເຈັບຫຼັງສ່ວນລຸ່ມ: ເຊິ່ງຫຼັງສ່ວນລຸ່ມເປັນບໍລິເວນຫຼັງທີ່ຢູ່ຕັງແຕ່ຊ່ວງລະດັບສາຍບືລົງໄປ ອາດຈະຍາວໄປຈົນເຖິງສະໂພກຫຼືຕົ້ນຂາ ມີທັງການເຈັບໆ ເຊົາໆເປັນເທື່ອໆຫຼືເຈັບຢ່າງຕໍ່ເນື່ອງ ໂດຍສາເຫດອາການເຈັບຫຼາຍປະການ ຕັ້ງແຕ່ອາຍຸສູງຂື້ນ 30ປີຂືນໄປ,ນໍ້າໜັກເກີນມາດຕາຖານ,ຂາດການອອກກຳລັງກາຍຢ່າງຕໍ່ເນື່ອງ,ນັ່ງໆ,ນອນໆໝົດມື້ແລະຍົກເຄື່ອງໜັກ.


5.ເຈັບບໍລິເວນແອວ: ຈົນຈໄປເຖິງທາງຫຼັງເລັກນ້ອຍ ມີສາເຫດຄ້າຍກັບອາການເຈັບຫຼັງບໍລິເວນອື່ນໆ ຕັ້ງແຕ່ການໃຊ້ກ້າມເນື້ອບໍລິເວນນັ້ນໜັກຈາກການຍົກເຄື່ອງໜັກເປັນເວລາດົນ ການອອກກຳລັງກາຍຫຼືຫຼິ້ນກິລາທີ່ໃຊ້ກ້າມເນື້ອບໍລິເວນນັ້ນຫຼາຍເກີນໄປ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page