ພຶດຕິກຳທີ່ບໍ່ຄວນເຮັດທັນທີຫຼັງກິນເຂົ້າອີ່ມໃໝ່ໆ

ພຶດຕິກຳທີ່ບໍ່ຄວນເຮັດທັນທີຫຼັງກິນເຂົ້າອີ່ມໃໝ່ໆ


ເຄິຍໄດ້ຍີນກັນບໍ? ວ່າຫຼັງກິນເຂົ້າບໍ່ຄວນເຮັດສິ່ງນັ້ນສິ່ງນີ້ ບາງເລື່ອງກໍສາມາດເຮັດໄດ້ບໍ່ເປັນຫຍັງ ແຕ່ຄວາມເປັນຈິງແລ້ວກໍມີຫຼາຍໆ ຢ່າງຄືກັນທີ່ບໍ່ຄວນເຮັດຫຼັງກິນເຂົ້າອີ່ມໃໝ່ໆ ເພາະອາດສົ່ງຜົນເສຍຕໍ່ຮ່າງກາຍໂດຍບໍ່ຮູ້ຕົວ ແລະພຶດຕິກຳທີ່ບໍ່ຄວນເຮັດທັນທີຫຼັງກິນເຂົ້າແລ້ວມີດັ່ງນີ້:


1.ຫຼັງກິນເຂົ້າແລ້ວບໍ່ຄວນນອນ: ບໍ່ວ່າຈະເປັນການນອນລົງໄປກັບຕຽງເລີຍ ການນອນທັນທີຫຼັງກິນເຂົ້າແລ້ວ ອາດເພີ່ມຄວາມສ່ຽງຂອງໂລກກົດໄຫຼຍ້ອນໄດ້ ທາງທີ່ດີຄວນນັ່ງຢູ່ປະມານ 30ນາທີຫາ1ຊົ່ວໂມງກ່ອນແລ້ວຄ່ອຍນອນຈະດີກວ່າແລະບໍ່າຄວນກິນອາຫານກ່ອນເຂົ້ານອນ 3-4ຊົ່ວໂມງເດັດຂາດ.


2.ຫຼັງກິນເຂົ້າແລ້ວບໍ່ຄວນອອກກຳລັງກາຍ: ຫ້າມອອກກກຳລັງກາຍເດັດຂາດຫຼັງຈາກທີ່ກິນເຂົ້າອີ່ມໃໝ່ໆ ເພາະອາດສ່ຽງເຮັດໃຫ້ເກີດອາການຈຸກທ້ອງ ລະຫວ່າງອອກກຳລັງໄດ້ ແຕ່ຖ້າຕ້ອງການອອກກກຳລັງແທ້ໆ ຄວນອອກກກຳລັງກາຍເບົາໆເຊັ່ນ:ການຍ່າງຊ້າໆ,ແບບຍ່າງຫຼິ້ນໄດ້ ໂດຍການເໜັງຕີງກ້າມເນື້ອເບົາໆ ແບບນີ້ຈະຊ່ວຍໃຫ້ລະດັບນ້ຳຕານໃນເລືອດດີຂື້ນດ້ວຍ.


3.ຫຼັງກິນເຂົ້າແລ້ວບໍ່ຄວນຖູແຂ້ວທັນທີ: ໂດຍສະເພາະການກິນອາຫານທີ່ມີລົດຊາດສົ້ມ,ລົດຈັດເຊັ່ນ: ຍໍາ,ສົ້ມ,ນໍ້າໝາກນາວແລະອື່ນໆ ເພາະອາຫານລົດຊາດສົ້ມມັກມີສ່ວນປະກອບທີ່ເປັນກົດ ທີ່ສາມາດທຳລາຍຊັ້ນເຄືອບແຂ້ວໄດ້ ຈື່ງຄວນງົດການຖູແຂ້ວຂັດແຂ້ວຜິວເຄືອບແຂ້ວໃນຊ່ວງທີ່ສຳຜັດກັບກົດຈາກໝາກນາວ,ສົ້ມແລະອາຫານທີ່ມີລົດຊາດສົ້ມຕ່າງໆ ຄວນພັກຈັກ 15-30ນາທີ ແລ້ວຈື່ງຖູູແຂ້ວ ເພື່ອຫຼຸດຄວາມສ່ຽງຈາກການເຮັດໃຫ້ແຂ້ວຄອນແລະຫຼັງກິນອາຫານທີ່ມີລົດຊາດສົ້ມ,ຄວນດື່ມນ້ຳຫຼືບ້ວນປາກໃຫ້ນ້ຳຊະລ້າງກົດທີ່ຢູ່ຜິວເຄືອບແຂ້ວອອກໄປດ້ວຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page