ມາແບບໂຫດຮ້າຍ! ເຊເລນສະກີ ແບນພົນລະເມືອງຣັດເຊຍທຸກຄົນ ຂັງໃຫ້ຢູ່ແຕ່ໃນໂລກຂອງຕົນເອງ
ເຊິ່ງມາດຕາການຂວ້ຳບາດຕໍ່ຕ້ານຣັດເຊຍໃນປະຈັດບຸນັ້ນ “ອອ່ນແອ” ປະທານາທິບໍດີວາລາດິມີ ເຊເລນສະກີ ແຫ່ງຢູເຄຼນ ໃຫ້ສຳພາດກັບ ວໍຊິງຕັນວ່າ ຮຽກຮ້ອງຕາເວັນຕົກກຳໜົດມາດຕາການຫ້າມນຳເຂົ້າພະລັງງານຈາກຣັດເຊຍທັງໝົດໂດຍສິ້ນເຊີງແລະແບນການເດີນທາງຂອງຊາວຣັດເຊຍທຸກຄົນເປັນເວລາຢ່າງໜ້ອຍ 1ປີ
ລະຫວ່າງໃຫ້ສຳພາດໃນທຳນຽບປະທານາທິບໍດີໃນກຣຸງຄຽບ ເຊເລນສະກີບອກກັບ ວໍຊິງຕັນວ່າ “ ມາດຕາການຂວ້ຳບາດທີ່ສຳຄັນທີ່ສຸດກໍຄືການປິດຊາຍແດນ ເພາະວ່າຮັດເຊຍກຳລັງພາກດິນແດນຂອງໃຜບາງຄົນໄປ ຣັດເຊຍຄວນຢູ່ໃນໂລກຂອງຕົນເອງຈົນກວ່າພວກເຂົາຈະປ່ຍນແປງປັດຊະຍາ”
ເຊເລນສະກີ ບອກວ່າມາດຕາການລົງໂທດລວມດັ່ງກ່າວເປັນຫົນທາງດຽວທີ່ຈະຈັດການກັບຣັດເຊຍ “ຮອດຕອນນັນພວກເຂົາຈພເຂົ້າໃຈ ພວກເຂົາເວົ້າວ່າ ສົງຄາມນີ້ບໍ່ກ່ຽວຫຍັງກັບເຮົາ ພົນລະເມືອງທັງໝົດບໍ່ໄດ້ເປັນຜູ້ຮັບຜິດຊອບ ແບບນີ້ໄດ້ດ້ວຍຫຼືຄວາມຈິງຄືຕ້ອງໄດ້ຊິສິປະຊາຊົນເປັນຄົນເລືອກລັດຖະບານນີ້ມາແລະພວກເຂົາບໍ່ຍອມສູ້ກັບລັດຖະບານ ບໍ່ໂຕ້ຖຽງ,ບໍ່ຮຽກຮ້ອງໃສ່ລັດຖະບານ”