ບໍ່ໄດ້ຢ້ານ! ໄຕ້ຫວັນຊ້ອມຮົບປືນແທ້ຊ່ວງສັ້ນໆ ຈຳລອງປ້ອງກັນຕົນເອງຈາກການຖຶກໂຈມຕີ
ກອງທັບໄຕ້ຫວັນເລີ່ມການຊ້ອມຮົບຍິງປືນໃຫຍ່ດ້ວຍປືນແທ້ ຈຳທອງການປົກປ້ອງເກາະແຫ່ງນີ້ຈາກການຖຶກໂຈມຕີ ຫຼັງຈາກກ່ອນໜ້ານີ້ຈີນໄດ້ເຮັດການຊ້ອມຮົບຄັ້ງໃຫຍ່ຕໍ່ເນື່ອງຫຼາຍມື້ຕິດຕໍ່ກັນ ຕອບໂຕ້ກໍລະນີ ທ່ານນາງ ເເນຊີ ເພໂລຊີ ປະທານສະພາຜູ້ແທນລາດສະຫະລັດ ເດີນທາງຢ້ຽມກຣຸງໄທເປ ເຊິ່ງໄດ້ສ້າງຄວາມຕຶງຄຽດໃນພາກພື້ນ
ໂຄສົກກອງທັບນ້ອຍທີ 8ຂອງໄຕ້ຫວັນ ຢືນຢັນວ່າການຊ້ອມຮົບໃນເຂດເມືອງຜິງຕົງ ທາງພາກໃຕ້ເລີ່ມຂື້ນດ້ວຍການຍິງພຸແຟແລະປືນໃຫຍ່ໃສ່ເປົ້າໝາຍ ກ່ອນຈົບລົງດ້ວຍເວລາບໍ່ຮອດຊົ່ວໂມງ
ຕອນທີ່ລູກປືນຊຸດສຸດທ້າຍຖຶກຍິງອອກມາ ໄດ້ຍິນສຽງທະຫານໄຕ້ຫວັນຮ້ອງວ່າ “ ພາລະກິດສຳເລັດແລ້ວ”
ຈີນ ເປີດ ການຊ້ອມຮົບອ້ອມຮອບ ໄຕ້ຫວັນຄັ້ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາໃນອາທິດທີ່ໍຜ່ານມາ ໃນການຕອບໂຕ້ຢ່າງດຸເດືອດຕໍ່ການເດີນທາງຢ້ຽມໄຕ້ຫວັນຂອງທ່ານນາງ ແນນຊີ ເພໂລຊີ ເຊິ່ງຖືເປັນເຈົ້າໜ້າທີ່ລະດັບສູງສຸດງຂອງສະຫະລັດ ໃນຮອບຫຼາຍທົດສະຕະວັດ ທີ່ເດີນທາງຢ້ຽມເກາະປົກຄອງຕົນເອງແຫ່ງນີ້
ໄຕ້ຫວັນ ຢູ່ພາຍໃຕ້ການຂົ່ມຂູ່ຮຸກຮານໂດຍຈີນມາຢ່າງຕໍ່ເນື່ອງ ປັກກິ່ງເບິ່ງເພື່ອນບ້ານແຫ່ງນີ້ເປັນສ່ວນໜື່ງຂອງດິນແດນເຊິ່ງຕ້ອງຍຶດຄືນບໍ່ມື້້ໜື່ງກໍມື້ໜື່ງແລະຖ້າຈຳເປັນກໍອາດດຳເນີນການຜ່ານການໃຊ້ກຳລັງ