5 ເຫດຜົນ ເປັນຫຍັງຄົນທີ່ຮ້ອງໄຫ້ຕະຫຼອດເປັນຄົນທີ່ມີຈິດໃຈເຂັ້ມແຂງ.

ຄວາມສຸກຄືສັນຍາລັກຂອງຄວາມໝັ່ນໃຈ,ຄວາມປອດໄພ ແລະ ຄວາມສຳເລັດ

ທຸກຄົນຕ່າງຮູ້ດີວ່າການສະແດງອອກເຖິງຄວາມສຸກເປັນວິທີການທີ່ດີ ທີ່ຈະຊ່ວຍສ້າງຄວາມສຳພັນໃໝ່ໆ ກັບບຸກຄົນອື່ນ ເຖິງແມ່ນວ່າຈະຕ້ອງສະແດງຈົນກວ່າຈະຮູ້ສຶກວ່າມີຄວາມສຸກແທ້ຈິງກໍຕາມ


ຄວາມຢ້ານກົວກໍອາດເປັນອາລົມທີ່ມີບົດບາດບໍ່ແພ້ກັນ ເພາະວ່າທຸກຄົນເຄີນໍຍຮູ້ສຶກຢ້ານໃນບາງເລື່ອງ ບາງຄົນອາດຢ້ານທີ່ຈະລາອອກຈາກວຽກງານທີ່ເຮັດຢູ່ ຢ້ານທີ່ຈະຂໍໃຜຈັກຄົນແຕ່ງງານຫຼືແມ່ນແຕ່ຢ້ານທີ່ຈະຕ້ອງໂອ້ລົມກັບໝູ່ເພື່ອນເລື່ອງວຽກງານ ເຊິ່ງເຫັນໄດ້ວ່າຄວາມຢ້ານເປັນອາລົມທີ່ມີບົດບາດສຳຄັນຕໍ່ຄົນເຮົາບໍ່ໜ້ອຍ.


ສໍາລັບຄົນທີ່ບໍ່ຢ້ານກົວທີ່ຈະສະແດງອອກວ່າຕົນເອງກຳລັງເສົ້າ ເຮົາອາດບໍ່ຮູ້ແທ້ວ່າພວກເຂົາເປັນຄົນທີ່ມີຈິດໃຈເຂັ້ມແຂງກວ່າຄົນອື່ນທີ່ພະຍາຍາມປິດບັງຄວາມເສົ້າເຫຼົ່ານັ້ນໄວ້ແລະສິ່ງເຫຼົ່ານີ້ຄືເຫດຜົນວ່າເປັນຫຍັງຄົນທີ່ມັກຮ້ອງໄຫ້ເຖິງມີຈິດໃຈທີ່ເຂັ້ມແຂງ:


ພວກເຂົາບໍ່ຢ້ານຄວາມຮູ້ສຶກຕົນເອງ: ຫາກຊີວິດເຕັມໄປດ້ວຍຄວາມສຸກ ເຮົາຈະປິດບັງຮອຍຍິ້ມຂອງເຮົາບໍ? ເພາະດັ່ງນັ້ນເປັນຫຍັງເມື່ອເຮົາເສົ້າ ເຮົາຈື່ງບໍ່ຍອມຮ້ອງໄຫ້ອອກມາ? ຄົນທີ່ເບິ່ງຂ້າມຫຼືບໍ່ສົນຄວາມເສົ້າ ຄືຄົນທີ່ກຳລັງຕົວະຕົນເອງຢູ່ ຄວາມເສົ້າຫຼືການຮ້ອງໄຫ້ບໍ່ແມ່ນສັນຍາລັກຂອງຄວາມອ່ອນແອ ແຕ່ເປັນສັນຍາລັກຂອງຄວາມເປັນມະນຸດທີ່ມີຄວາມຮູ້ສຶກ ເຖິງແມ່ນວ່າຄວາມຮູ້ສຶກນັ້ນຄົນສ່ວນໃຫຍ່ຈະຖືກສອນມາບໍ່ໃຫ້ສະແດງອອກໃນສາທາລະນະກໍຕາມ


ພວກເຂົາເຂົ້າໃຈດີວ່ານໍ້າຕາມີຄຸນສົມບັດຊ່ວຢຽວຢາຈິດໃຈ: ເຊິ່ງການປ່ອຍນໍ້າຕາອອກມາຄືການໄດ້ປົດປ່ອຍຄວາມຄຽດ,ກັງວົນ,ເສົ້າ ແລະຜິດຫວັງອອກມາຈາກຫົວສະໝອງ ແລະຮ່າງກາຍຂອງເຮົາເຊັ່ນກັນ ມັນເປັນການເຮັດໃຫ້ຈິດໃຈເບີກບານແລະເປັນການລະບາຍຄວາມຮູ້ສຶກໃນແງ່ລົບຕ່າງໆ
ພວກເຂົາຮູ້ດີວ່າການຮ້ອງໄຫ້ສາມາດບຳບັດຮັກສາເຂົາໄດ້: ເຊິ່ງເປັນການກະຕຸ້ນໃຫ້ສະມອງຫຼັ່ງສານຫຼືຮໍໂມນແຫ່ງຄວາມສຸກເຊິ່ງເຮັດນ້າທີ່ບັນເທົາຄວາມເຈັບປວດຕ່າງໆແລະການຮ້ອງໄຫ້ຍັງເປັນການຫຼຸຸດລະດັບການໂມໂຫໄດ້ງ່າຍ.


ພວກເຂົາບໍ່ສົນໃຈໃນເລື່ອງບົດບາດທາງເພດຫຼືຄວາມຄາດຫວັງຂອງສັງຄົມ: ການຮ້ອງໄຫ້ເປັນເລື່ອງທີ່ເກີດຂືນໄດ້ທັງເພດຍິງແລະຊາຍ ຫາກຜູ້ຍິງຮ້ອງໄຫ້ເປັນເພາະອ່ອນໄຫວແລະຮູ້ສຶກບໍ່ດີຫຼືອາດຮຍກຮ້ອງຄວາມສົນໃນຈາກຄົນອື່ນ ແຕ່ຫາກຜູ້ຊາຍຮ້ອງໄຫ້ພວກເຂົາຈະຖຶກເບິ່ງວ່າບໍ່ແມ່ນຜູ້ຊາຍແທ້ ສິ່ງທີ່ຄົນສ່ວນຫຼາຍເຂົາໃຈນີ້ເປັນເຫດທີ່ເຮັດໃຫ້ທັງສອງເພດເລືອກຈະປິດບັງແລະເກັບຄວາມຮູ້ສຶກ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page