10 ອັນດັບກິລາທີ່ອັນຕະລາຍທີ່ສຸດໃນໂລກ

ກິລາເປັນວິທີທີ່ດີໃນການອອກກຳລັງກາຍທັງຮ່າງກາຍແລະຈິດໃດ ເປັນແຫຼ່ງຄວາມບັນເທິງທີຮ່ເຫຼືອເຊື່ອ ໃນຂະນະທີ່ບາງຄົນຫຼິ້ນກິລາເພື່ອການພັກຜ່ອນຍ່ອນໃຈ,ຫຼາຍຄົນມຸ່ງສູ່ລະດັບມືອາຊີບ

ເຊິ່ງກິລາຕ່າງໆອາດມີຄວາມສ່ຍງບາດເຈັບໄດ້ ໃນຂະນະທີ່ເຂົ້າກິລາທີ່ອັນຕະລາຍທີ່ສຸດຜູ້ຫຼິ້ນອາດໄດ້ຮັບບາດເຈັບເປັນຢ່າງຍິ່ງແລະກິລາທີ່ອັນຕະລາຍທີ່ສຸດໃນໂລກມີ 10ອັນດັບດັ່ງນີ້:


ອັນດັບ10: BASE Jumping ການໂດດຈາກພູເຂົາ ເປັນກິລາທີ່ມີຄວາມຍາກແລະໜ້າຕື່ນເຕັ້ນຫຼາຍ ການໂດດຈາກຄວາມສູງຫຼາຍຮ້ອຍແມັດເໜືອພື້ນດິນນັ້ນມີຄວາມສ່ຽງທີ່ເຫັນໄດ້ຊັດເຈນແລະສະຖານທີ່ໂດດທີ່ສູູງເຖິບງ 1381ຟຸດຕັ້ງຢູ່ໃນປະເທດມາເລເຊຍ.


ອັນດັບ 9: Heli-Skiing ການຫຼິ້ນສະກີດ້ວຍເຮລິຄັອບເຕີເປັນກິລານອກເສັ້ນທາງຫິມະລົງເຂົາ ທີ່ເຂົ້າເຖິງໄດ້ດ້ວຍເຮລິຄັອບເຕີ
ອັນດັບ 8: Scuba Diving ການດຳນໍ້າເລິກ ເປັນກິລາທີ່ສາມາດຂ້າເຮົາໄດ້ ຕົວຢ່າງຫາກດຳນ້ຳຂື້ນໄວເກີນໄປອາດນຳໄປສູ່ອາການກົດທັບ ລວມເຖິງການໂຄ້ງງໍແລະອາດເຮັດໃຫ້ປອດໄຂສັນຫຼັງແລະສະໝອງລົ້ມເຫຼວໄດ້
ອັນດັບ 7: Cave Diving ການດຳນ້ຳໃນຖໍ້າ ເປັນກິລາປະຈົນໄພທີ່ບໍ່ທຳມະດາກັບການດຳນໍ້າໃນຖໍ້າອາດສູນເສຍອາກາດ ໂດຍສະເພາະຢ່າງຍີ່ງເຮົາບໍ່ສາມາດຂືນໄປເທິງໜ້ານ້ຳເພື່ອຮັບອາກາດ.


ອັນດັບ 6: Bull Riding ການຂີ່ງົວກະທິງເຊິ່ງຜູ້ຂີ່ກະທິງໂຕໃຫຍ່ແລະພະຍາຍາມຢູ່ເທິງງົວໃນຂະນະທີ່ສັດຮ້າຍພະຍາຍາມຈະຫວ່ຽງຜູ້ຂີ່ອອກຈາກຫຼັງມີໂອກາດຖຶກຫຍຽບຈາກງົວໄດ້
ອັນດັບທີ 5: Big-Wave Surfing ການໂຕ້ຄື້ນ ຄືຖຶກດືງໄປເທິງຄື້ນຂະໜາດໃຫຍ່ມີຄວາມສູງຢ່າງໜ້ອຍ 20ຟຸດ ອາດຖຶກກະແສນ້ຳດືງລົງໄປໃນນໍ້່າເຮັດໃຫ້ຈົມນ້ຳໄດ້.
ອັນດັບທີ 4: Street Luge ຄ້າຍການຫຼິ້ນສະເກັດ ແຕ່ຜູ້ຂີ່ຕ້ອງໄດ້ຢູ່ໃນຕຳແໜ່ງນອນຫງາຍທີ່ເປັນແຜ່ນ ໃຫ້ແລ່ນໄປຕາມສະໜາມທີ່ມີຄວາມໄວສູງ


ອັນດັບ 3: Mountain Climbing ການປີນພູເຂົາ ເຊິ່ງຈະເປັນການປີນຂື້ນ-ລົງພູເຊິ່ງເປັນຫີນທຳມະຊາດທີ່ສູງທີ່ສຸດແລະຕ້ອງໄດ້ປະເຊີນກັບອັນຕະລາຍຫຼາກຫຼາຍ.
ອັນດັນ 2: BMX ການແຂ່ງລົດຖີບວິບາກ ເປັນກິລາທີ່ຕື່ນເຕັ້ນ ແລະມີຄວາມສ່ຽງຫຼາຍ ເພາະໄດ້ໃຊ້ການສະແດງທີ່ລອຍຕົວ
ອັນດັບ 1: Whitewater Rafting ການລ່ອງເຮືອເປັນກິດຈະກຳທີ່ເຕັມໄປດ້ວຍຄວາມອັນຕະລາຍ ທີ່ໃຊ້ເຮືອເປັນພາຫະນະໃນການນຳທາງກະແສນ້ຳທີ່ໄຫຼແຮງຂອງການລ່ອງເຮືອ

Leave a Reply

Your email address will not be published. Required fields are marked *

You cannot copy content of this page