4 ໜ້າທີ່ຫຼັກທີ່ມີຄວາມສຳຄັນທີ່ສຸດສຳລັບການເປັນຜູ້ນຳ

4 ໜ້າທີ່ຫຼັກທີ່ມີຄວາມສຳຄັນທີ່ສຸດສຳລັບການເປັນຜູ້ນຳ



ລັກສະນະຂອງການເປັນຜູ້ນຳ ທີ່ຈະເຮັດໃຫ້ວຽກງານສຳເລັດໄປດ້ວຍດີ ມີຫຼາຍຮູບແບບແລະຫຼາຍວິທີ “ ຖ້າການກະທຳຂອງເຮົາເຮັດໃຫ້ຄົນອື່ນມີຄວາມຝັນຫຼາຍຂືນ ຮຽນຮູ້ຫຼາຍຂື້ນ ລົງມືເຮັດລາຍຂືນ ແລະເປັນສິ່ງທີ່ເຂົາປາຖະໜາຫຼາຍຂື້ນ ເຮົາຄືຜູ້ນຳ” ຄຳກ່າວ ຈອນ ເຄນຊີ່ ອາດຳ (JOHN QUINCY ADAMS)


1.ສ້າງແຮງບັນດານໃຈ: ດັ່ງທີ່ ຈອນ ຈອນ ເຄນຊີ່ ອາດຳ (JOHN QUINCY ADAMS)ໄດ້ກ່າວໄວ້ “ ຖ້າການກະທຳຂອງເຮົາເຮັດໃຫ້ຄົນອື່ນມີຄວາມຝັນຫຼາຍຂືນ ຮຽນຮູ້ຫຼາຍຂື້ນ ລົງມືເຮັດລາຍຂືນ ແລະເປັນສິ່ງທີ່ເຂົາປາຖະໜາຫຼາຍຂື້ນ ເຮົາຄືຜູ້ນຳ” ບໍ່ວ່າລູກນ້ອງຈະເຮັດວຽກງານໃດກໍຕາມ ແຮງບັນດານໃຈແລະກຳລັງໃຈເປັນສິ່ງທີ່ສຳຄັນຕໍ່ພວກເຂົາ ຂ້ອຍພະຍາຍາມສ້າງຄວາມກະຕຸ້ນແລະຕື່ນເຕັ້ນໃຫ້ທີມງານເວົ້າເຖິງວິໄສທັດທີ່ເຮັດໃຫ້ເກີດແຮງບັນດານໃຈແລະປ່ຍວາງເລື່ອງອຳນາດສາມາດຊ່ວຍໃຫ້ກຳລັງໃຈພວກເຂົາໄດ້.


2.ຍົກຕົນເອງເປັນບົດຮຽນ: ເວລາທີ່ຂ້ອຍໃຫ້ກຳລັງໃຈຄົນອື່ນ ຂ້ອຍຈະໃຊ້ວິທີຍົກຕົວຢ່າງແທນທີ່ຈະອອກຄຳສັ່ງ ເຊ່ິງສຳລັບຂ້ອຍແລ້ວໝາຍເຖິງການທີ່ເຮົາເຮັດວຽກງານຮ່ວມກັນ ບໍ່ແມ່ນການບອກວ່າຕ້ອງເຮັດແບບນັ້ນແບບນີ້ ບາງເທື່ອກໍຍ່າງນຳ,ບາງເທື່ອກໍຍ່າງຕາມ ແຕ່ຕ້ອງເຊື່ອມໂຍງກັບກຸ່ມໃຫ້ໄດ້ ເພາະຮູ້ຕົວວ່າການກະທຳຂອງຂ້ອຍຕ້ອງສົ່ງຜົນຕໍ່ກຸ່ມທັງໝົດ ຂ້ອຍຈື່ງພະຍາຍາມກ້າວໄປພ້ອມກັນ ດ້ວຍການໃຊ້ຄຳເວົ້າແລະການກະທຳທີ່ສ້າງກຳລັງໃຈແລະແຮງບັນດານໃຈໃຫ້ຄົນໃນກຸ່ມ.


3.ຮັບຮູ້ຄວາມຜິດພາດຂອງຕົນເອງແລະຮູ້ທີ່ຈະຂໍໂທດ: ຜູ້ນຳເອງກໍສາມາດເຮັດເລື່ອງທີ່ຜິດພາດໄດ້ ແລະ ເວລາທີ່ເກີດຄຳເວົ້າຫຼືການກະທຳທີ່ຜິດພາດມັນຕ້ອງສ້າງແຮງບັນດານໃຈ ຂ້ອຍຕ້ອງມັກເວົ້າຄຳຂໍໂທດຢ່າງຈິງໃຈທຸກຄັ້ງ ແລະທີ່ສຳຄັນທີ່ສຸດກໍຄືຂ້ອມທີ່ຈະໃຫ້ອາໄພຕົນເອງດ້ວຍ ເຊິ່ງບາງຄັ້ງມີຊ່ວງເວລາທີ່ຕຳໜິຕົນເອງ ຂ້ອຍມັກຈະຂອບໃຈຍິນດີຕໍ່ທຸກຄົນແລະທຸກແຮງກາຍທີ່ເຮັດໃຫ້ເກີດຄວາມສຳເລັດໄດ້ ເຊິ່ງສ່ວນໃຫຍ່ພວກເຂົາກໍມັກຈະຕອບຮັບຄຳຊື່ນຊົມຍິນດີ.


4.ສ້າງແນວປະຕິບັດແລະຮ່ວມມື: ທ້າຍທີ່ສຸດແລ້ວໜ້າທີ່ຂອງຜູ້ນຳກໍຄືການປະຕິບັດໃນໜ້າທີ່ວຽກງານເປັນຫຼັກການແລະລະບົບຄຸນຄ່າທີ່ຈະຍືດເຮົາໄວ້ພ້ອມກັນ ເພື່ອໃຫ້ເກີດຄວາມຮ່ວມມືແລະເອກະພາບຂອງທີມ ພວກເຂົາຈະຍອມຮັບກໍຕໍ່ເມື່ອມີບົດບາດໃນການປ່ຽນແປງຫຼືການມີສ່ວນຮ່ວມໃນກຸ່ມ

Leave a Reply

Your email address will not be published. Required fields are marked *

You cannot copy content of this page