ແຈ້ງເຕືອນໄພ! ຫວຽດນາມຈະປ່ອຍນ້ຳເຂື່ອນອາເລື້ອຍເຮັດນ້ຳຖ້ວມໄວກະທັນຫັນ
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງເຊກອງ ໄດ້ອອກປະກາດແຈ້ງເຕືອນໄພ ຕາມແຈ້ງການຂອງ ບໍລິສັດ ຫຸ້ນສ່ວນເຂື່ອນໄຟຟ້ານ້ຳຕົກ ພາກກາງຂອງ ສ.ສ ຫວຽດນາມ

ຈະມີການປ່ອຍນ້ຳຈາກອ່າງເກັບນ້ຳທີ່ເຂື່ອນໄຟຟ້າ ອາເລື້ອຍ ໃນລະຫວ່າງວັນທີ 8-11 ສິງຫາ 2022 ໃຫ້ປະຊາຊົນທີ່ຢູ່ລຸ່ມເຂື່ອນ ແລະ ຕາມແລວສາຍນ້ຳ ມີສະຕິ ເກັບມ້ຽນເຄື່ອງຂຶ້ນທີ່ສູງ ແລະ ຕິດຕາມການແຈ້ງການຈາກທາງການເປັນໄລຍະ ເນື້ອໃນລະອຽດອ່ານເພີ່ມເຕີມໃນແຈ້ງການ
