ຣັດເຊຍບໍ່ອານຸຍາດໃຫ້ກວດສອບ ຄັງແສງນິວເຄຼຍ ພາຍໃຕ້ສັນຍາຄວບຄຸມອ້າງຖືກຂວ້ຳບາດ!

ຣັດເຊຍບໍ່ອານຸຍາດໃຫ້ກວດສອບ ຄັງແສງນິວເຄຼຍ ພາຍໃຕ້ສັນຍາຄວບຄຸມອ້າງຖືກຂວ້ຳບາດ!


ຣັດເຊຍໄດ້ແຈ້ງໄປຫາສະຫະລັດວ່າຈະລະງັບການກວດສອບຄັງແສງນິວເຄຼຍຂອງຕົນພາຍໃຕ້ສັນຍາຄວບຄຸມອາວຸດນິວເຄຼຍ New START ເປັນການຊົ່ວຄາວໂດຍໃຫ້ເຮັດຜົນວ່າເປັນຍ້ອຍສະຫະລັດແລະພັນທະມິດໃຊ້ມາດຕະຫານຈຳກັດການເດີນທາງງກັບເຈົ້າໜ້າທີ່ຂອງຣັດເຊຍ.



ປະກາດດັ່ງກ່າວມີຂື້ນທ່າມກາງຄວາມສຳພັນຣັດເຊຍ-ສະຫະລັດ ທີ່ຕົກຕໍ່າລົງຢ່າງຫຼາຍຈາກຜົນຂອງສົງຄາມໃນຢູເຄຼນເຊິ່ງກະຕຸ້ນໃຫ້ໂລກຕາເວັນອອກໃຊ້ມາດຕາການຂວ້ຳບາດລົງໂທດຣັດເຊຍຢ່າງຄວບຄຸມ
ກະຊວງການຕ່າງປະເທດຣັດເຊຍລະບຸວ່າເງື່ອນໄຂການກວດສອບທີ່ວໍຊິງຕັນກຳນົດຂື້ນນັ້ນ “ ເປັນການເອື້ອຜົນປະໂຫຍດຝ່າຍດຽວໃຫ້ສະຫະລັດ ໃນຂະນະທີ່ສະຫະພັນຣັດເຊຍຖືກໝົດສິດໃນການທີ່ຈະເຂົ້າໄປກວດສອບຄັງອາວຸດໃນແຜ່ນດິນອາເມລິກາ”


“ຣັດເຊຍຖືກບີບໃຫ້ຕ້ອງໃຊ້ມາດຕາການນີ້ ເນື່ອງຈາກວໍຊິງຕັນຮຽກຮ້ອງທີ່ຈະຟື້ນຟູການກວດສອບ ໂດຍບໍ່ຄຳນືງເຖິງສະພາບຄວາມເປັນຈິງທີ່ເກີດຂື້ນ”
ທາງກະຊວງຊີ້ວ່າ ມາດຕາການປິດນ່ານຟ້າແລະການຈຳກັດວີຊ່າຂອງຕາເວັນຕົກເປັນອຸປະສັກສຳລັບມອສໂກໃນການທີ່ຈະສົ່ງເຈົ້າໜ້າທີ່ເຂົ້າໄປກວດສອບຄັງແສງນິວເຄຼຍຂອງສະຫະລັດອາເມລິກາ

Leave a Reply

Your email address will not be published. Required fields are marked *

You cannot copy content of this page