8 ຄົນດັງທີ່ຮຽນບໍ່ຈົບແຕ່ປະສົບຄວາມສຳເລັດຢ່າງຍິ່ງໃຫຍ່

ຄົນສ່ວນຫຼາຍມັກເຕີບໂຕມາພ້ອມກັບຄວາມເຊື່ອທີ່ວ່າ ການໄປໂຮງຮຽນ ເຮັດຄະແນນໃຫ້ໄດ້ດີເພືອນທີ່ຈະຫາວຽກເຮັດງານທຳທີ່ດີໄດ້ ຖືເປັນເສັ້ນທາງບັງຄັບຫຼັກຂອງຊີວິດ

ຫາກຈະຕ້ອງການທີ່ຈະປະສົບຄວາມສຳເລັດໃນໜ້າທີ່ການງານ ແຕ່ຮູ້ຫຼືບໍທຸກມື້ນີ້ບໍ່ວ່າຈະເປັນການສຶກສາທີ່ດີແລະການງານເດັ່ນແລ້ວ ບໍ່ໄດ້ເປັນສິ່ງທີ່ຢືນຢັນຄວາມສຳເລັດຫຼືຄວາມໝັ້ນຄົງອີກຕໍ່ໄປ


ເຊິ່ງສິ່ງທີ່ຈະເວົ້າຕໍ່ໄປນີ້ຈະເປັນຂໍ້ສັງເກດທີ່ກ່ຽວກັບລັກສະນະທີ່ສຳຄັນເຊິ່ງສາມາດນຳພາໄປສູ່ຄວາມສຳເລັດໄດ້ໂດຍບໍ່ຈຳເປັນຕ້ອງເພີ່ງການສືກສາໃນລະບົບ ລອງສຶກສາກໍລະນີຕົວຢ່າງຄົນທີ່ຮູ້ຈັກເຫຼົ່ານີເບິ່ງ ແລ້ວເຮົາຈະຮູ້ວ່າການໄປໂຮງຮຽນອາດບໍ່ແມ່ນຫົນທາງດຽວທີ່ຈະປະສົບຄວາມສຳເລັດໃນຊີວິດ.
1.ສະຕີບ ຈັອບ (Steve Jobs): ເຊື່ອວ່າຫຼາຍຄົນອາດຈະຮູ້ແລ້ວກັບເລື່ອງລາວຂອງ ສະຕີບ ຈັອບ ຜູ້ກໍຕັ້ງບໍລິສັດໃຫຍ່ Apple ເຖິງແມ່ນວ່າຈະຈົບການສືກສາພຽງລະດັບມັດຖະຍົມເທົ່ານັ້ນ ແຕ່ກໍສາມາດປະສົບຜົນສຳເລັດໄດ້ແລະມີຊັບສິນ 1ໝື່ນລ້ານໂດລາສະຫະລັດ


2.ຣິດຊາດ ແບນສັນ (Richard Branson): ມີຊັບສິນປະມານ 4.9ພັນລ້ານຫຼຽນ ເປັນຜູ້ກໍຕັ້ງສາຍການບີນ Virginia Airways , ບໍລິສັດ Virgin Records, Virgin Mobile ແລະບໍລິສັດອື່ນໆທີ່ໃຊ້ຊື່ Virgin ເຊິ່ງຮຽນບໍ່ຈົບໃນຊັ້ນມັດທະຍົມ
3.ເດບ ໂທມັສ (Dave Thomas): ຜູ້ກໍຕັ້ງແລະເປັນ CEO ແຫ່ງອານາຈັກອາຫານຟາສຟູ້ດຊື່ດັງ “Wendy’s” ອອກໂຮງຮຽນຕັ້ງແຕ່ສະໄໝມໍປາຍ ມີຊັບສິນສູງເຖິງ 99ລ້ານຫຼຽນສະຫະລັດ


4.ເດວິດ ກີນ (David Green) ມີຊັບສິນປະມານ 6ພັນລ້ານຫຼຽນສະຫະລັດ ຜູ້ທີ່ບໍ່ເຄີຍໄດ້ເຂົ້າຮຽນໃນລະດັບມະຫາວິທະຍາໄລ ມີພຽງການສືກສາລະດັບມັດທະຍົມ ແຕ່ເປັນຜູ້ກໍ່ຕັ້ງ “Hobby Lobby” ກິດຈະການກ່ຽວກັບສິນລະປະ
5.ແລຣີ່ ເອວລິສັນ (Larry Ellison) ເປັນ CEO ຂອງ Oracle ໄດ້ອອກຈາກມະຫາວິທະຍາໄລສອງແຫ່ງ ແລະ ມີຊັບສິນ 5.4ໝື່ນລ້ານຫຼຽນສະຫະລັດ ເຊິ່ງໄດ້ສ້າງສູນພັດທະນາຊັອບແວ (Software Development Laboratories, SDL)


6.ເຄວິນ ໂຣດ (Kevin Rose) ຜູ້ປະກອບການແຫ່ງໂລກອອນລາຍຜູ້ທີ່ມີອາຍຸບໍ່ຮອດ 40ປີ ເປັນໜື່ງໃນຜູ້ກໍ່ຕັ້ງ Revision3, Pownce ແລະ Milk
7.ໄມເຄີນ ເດວ (Michael Dell) ຄືຜູ້ກໍ່ຕັ້ງບໍລິສັດຄອມພີວເຕີ Dell ແລະຊັບສິນມີປະມານ 2ໝື່ນລ້ານຫຼຽນ ຮຽນບໍ່ຈົບມະຫາວິທະຍາໄລ ແລະເປັນ CEO ທີ່ອາຍຸນ້ອຍທີ່ສຸດ
8.ເຣເຊວ ເຣ (Rachael Ray): ເປັນດາລາລານການເຮັດອາຫານ,ນັກຂຽນ ແລະ ນັກທຸລະກິດ ບໍ່ເຄີຍໄດ້ເຂົ້າຮັບການສຶກສາໃນລະດັບມະຫາວິທະຍາໄລແລະຍັງບໍ່ເຄີຍໄດ້ເຂົ້າຮຽນຫຼືຝຶກຝົນການເຮັດອາຫານຢ່າງຈິງຈັງ ມີຊັບສິນສ່ວນຕົວປະມານ 60ລ້ານຫຼຽນສະຫະລັດ

Leave a Reply

Your email address will not be published. Required fields are marked *

You cannot copy content of this page