ເຈັບເອງອີກ! ຢູເຄຼນຢຸດຈ່າຍນ້ຳມັນປ້ອນຢູໂຣບ ຫຼັງຕິດຂວ້ຳບາດຣັດເຊຍ
ຢູເຄຼນປິດທໍ່ສົ່ງນ້ຳມັນຂອງຣັດເຊຍທີ່ປ້ອນສູ່ຢູໂຣບກາງມາຕັ້ງແຕ່ຊ່ວງຕົ້ນເດືອນ ເນື່ອງຈາກມາດຕາການຂວ້ຳບາດຂອງຕາເວັນຕົກເອງ ຂວາງຄຽບບໍ່ໃຫ້ຮັບຊໍາລະຄ່າຂົນສົ່ງຈາກມອສໂກ ຈາກການເປີດເຜີຍຂອງ ທານເນ ບໍລິສັດທໍ່ສົ່ງນ້ຳມັນຍັກໃຫຍ່ຂອງຣັດເຊຍ
ຢູໂຣບເພີ່ງພານ້ຳມັນດິບ ດີເຊວ ກ໊າຊທຳມະຊາດແລະຖ່ານຫິນ ຂອງຣັດເຊຍເປັນຈຳນວນຫຼາຍ ແລະລາຄາພະລັງງານພຸ່ງສູງໃນຫຼາຍເດືອນທີ່ຜ່ານມາ ສືບເນື່ອງຈາກບັນຫາຂາດແຄນການສະໜອງ ເຊິ່ງຢູໂຣບພະຍາຍາມຮ້ອນຮົນຫາແຫຼ່ງພະລັງງານທາງເລືອກມາທົດແທນພະລັງງານຂອງຣັດເຊຍ
ລ່າສຸດ ມີການລາຍງານວ່າ ຢູເຄຼນລະງັບກະແສນ້ຳມັນຂອງທໍ່ລຳລຽງດູບາ ທີ່ປ້ອນສູ່ພື້ນທີ່ຕ່າງໆ ໃນຢູໂຣບກາງ ສືບເນື່ອງຈາກມາດຕາການຂວ້ຳບາດຂອງຕາເວັນຕົກ ຂັດຂວາງບໍ່ໃຫ້ມອສໂກຊຳລະຄ່າລຳລຽງກ໊າຊຜ່ານປະເທດຂອງພວກເຂົາ ຄວາມເຄື່ອນໄຫວທີ່ຊໍ້າເຕີມຄວາມກັງວົນໃຈກ່ຽວກັບການສະໜອງພະລັງງານ ກະແສນໍ້າມັນເສັ້ນທາງລ່ອງໃຕ້ຂອງທໍ່ລຳລຽງດູບາ ໄດ້ຮັບຜົນກະທົບແຕ່ເສັ້ນທາງຂື້ນເໜືອທີ່ໃຫ້ບໍລິການໂປແລນແລະເຢຍລະມັນ ບໍ່ປະສົບບັນຫາຕິດຂັດແຕ່ຢ່າງໃດ.