ບໍ່ສົນຄວາມຕືງຄຽດ! ເພໂລຊີບໍ່ໄດ້ຕື່ນ ຢືນຢັນການຢ້ຽມໄຕ້ຫວັນຄຸມຄ່າທີ່ສຸດ
ທ່ານນາງ ແນນຊີ ເພໂລຊີ ປະທານສະພາຜູແທນລາດສະຫະລັດ ເນັ້ນຢໍ້າວ່າບໍ່ໄດ້ຮູ້ສຶກເສຍໃຈຕໍ່ການເດີນທາງຢ້ຽມໄຕ້ຫວັນ ເຊິ່ງເຕັມໄປດ້ວຍການຖົກຖຽງແລະໃຫ້ຄຳນິຍາມວ່າ “ ຄຸ້ມຄ່າທີ່ສຸດ ”
ນັກການເມືອງອາຍຸ 82ທ່ານນີ້ ຢືນຢັນວ່າລາວ “ ໄດ້ຮັບແຮງສະໜັບສະໜູນຢ່າງເຕັມທີ່ຈາກທັງສອງພັກ” ສຳລັບການເດີນທາງຢ້ຽມດັ່ງກ່າວແລະໄດ້ບອກວ່າລາວກັບຄະນະຜູ້ແທນໄດ້ຮັບການຕ້ອນຮັບເປັນຢ່າງດີຈາກລັດຖະບານໄຕ້ຫວັນແລພປະຊາຊົນຊາວໄຕ້ຫວັນ
ແນວໃດກໍຕາມ ເພໂລຊີ ເນັ້ນຢໍ້າວ່າຈຸດຢືນຂອງຈີນຕໍ່ການເດີນທາງຢ້ຽມຂອງລາວເປັນເລື່ອງນອກປະເດັນແລະບອກວ່າຈີນຈະບໍ່ໄດ້ຮັບອານຸຍາດໃຫ້ໂດດດ່ຽວໄຕ້ຫວັນຫຼືເປັນຄົນອອກຄຳສັ່ງວ່າໃຜຄວນຫຼືບໍ່ຄວນຢ້ຽມເກາະແຫ່ງນີ້
“ ສິ່ງທີ່ຈີນກຳລັງເຮັດເປັນສິ່ງທີ່ພວກເຂົາເຮັດຕາມປົກກະຕິ” ປະທານສະພາຜູ້ແທນລາດສະຫະລັດ ກ່າວເຖິງແນວທາງຕອບໂຕ້ຂອງທາງປັກກິ່ງ ພ້ອມລະບຸວ່າປະທານາທິບໍດີ ສີ ຈິ້ນຜິງ ເຮັດໂຕແບບປ່າເຖື່ອນ ເພາະວ່າເຂົາເອົາແນ່ເອົານອນບໍ່ໄດ້