ຂວ້ຳບາດແນວໃດ! ພົບຣັດເຊຍເກີນດຸນບັນຊີປະຈຸບັນ ເພີ່ມ 3ເທົ່າ ໂກຍລາຍໄດ້ຈາກພະລັງງານ
ຍອດເກີນດຸນຂອງບັນຊີປະຈຸບັນຂອງຣັດເຊຍຈົນເຖິງຕອນນີ້ນັບຕັ້ງແຕ່ເຂົ້າສູ່ປີ 2022 ເພີ່ມຂື້ນຫຼາຍກວ່າ 3ເທົ່າ ເມື່ອທຽບກັບຊ່ວງເວລາດຽວກັນຂອງປີກ່ອນ ທ່າມກາງລາຍໄດ້ຈາກພະລັງງານທີ່ພຸ່ງທະຍານ ຜົນມາຈາກມາດຕາການຂວ້ຳບາດຂອງຕາເວັນຕົກທີ່ກຳນົດຫຼິນງານມອສໂກຕອບໂຕ້ກໍລະນີຮຸກຮານຢູເຄຼນ.
ຕັ້ງແຕີ່ເດືອນມັງກອນ-ເດືອນກໍລະກົດ ຍອດເກີນດຸນບັນຊີປະຈູບັນຂອງຣັດເຊຍ ເພີ່ມຂື້ນເປັນ 167.000ລ້ານໂດລາ ເພີ່ມຂື້ນຈາກລະດັບ 50.000ບ້ານໂດລາ ໃນຊ່ວງເວລາດຽວກັນຂອງປີກ່ອນ ທັງນີ້ຫາກນັບສະເພາະຊ່ວງ 6ເດືອນຂອງປີທຳອິດປີນີ້ ຍອດເກີນດຸນບັນຊີປະຈຸບັນຂອງຣັດເຊຍຢູ່ທີ່ 138.500ລ້ານໂດລາ
ມອສໂກເພີ່ງພາລາຍໄດ້ຈາກພະລັງງານເປັນຢ່າງສູງແລະລາຍໄດ້ຂອງຣັດເຊຍເພີ່ມຂື້ນເປັນຈຳນວນຫຼາຍ ສືບເນື່ອງມາຈາກລາຄານ້ຳມັນທີ່ພຸ່ງສູງ ແມ່ນວ່າສົງຄາມຂອງປະທານາທິບໍດີວາລາດິມີ ປູຕິນ ໃນຢູເຄຼນ ກະຕຸ້ນໃຫ້ບັນດາລັດຖະບານຕາເວັນຕົກແລະບໍລິສັດຕ່າງ ພະຍາຍາມບ່າຍບ່ຽງຈາກພະລັງງານຂອງຣັດເຊຍກໍຕາມ
ແມ່ນວ່າມາດຕາການຂວ້ຳບາດຕ່າງທ ເລັງເປົ້າໝາຍບີບຮັດລາຍໄດ້ຂອງມອສໂກແລະຄວາມສາມາດໃນການເຮັດທຸລະກິດທາງການເງີນໃນລະດັບນານາຊາດ ແຕ່ຣັດເຊຍຍັງຄົງມີຍອດເກີນດຸນບັນຊີປະຈຸບັນສູງສຸດເປັນປະຫວັດສາດ.