ຈັບຕາຣັດເຊຍ! ສົ່ງດາວທຽມອີຣານຂື້ນສູ່ອາກາດ ຕາເວັນຕົກກັງວົນໃຊ້ເລັງເປົ້າມາຍທາງທະຫານໃນຢູເຄຼນ.
ຣັດເຊຍສົ່ງດາວທຽມດວງໜື່ງຂອງອີຣານ ທະຍານຂື້ນຈາກຄາຊັດສະຖານແລະພຸ່ງສູ່ວົງໂຄຈອນ ທ່າມກາງປະເດັນຖົກຖຽງວ່າມອສໂກອາດໃຊ້ດາວທຽມດວງນີ້ສອດແນມເປົ້າໝາຍທາງທະຫານຕ່າງໆໃນຢູເຄຼນ
ຫຼັງຈາກຖືກນານາຊາດໂດດດ່ຽວຫຼາຍຂື້ນເລື້ອຍໆ ຕາມຫຼັງຕາເວັນຕົກກຳນົດມາດຕາການຂວ້ຳບາດ ຕອບໂຕ້ກໍລະນີຮຸກຮານຢູເຄຼນ ທາງຣັດເຊຍກຳລັງຫາທາງປັກໝຸດເຂົ້າຫາຕາເວັນອອກກາງອາຊີແລະອາຟິກາ ລວມເຖິງຫາລູກຄ້າໃໝ່ໃນໂຄງການອາວະກາດຂອງພວກເຂົາ
ຢູຣິ ໂບຣິຊອບ ຫົວໜ້າຂອງອົງການອາວະກາດສະຫະພັນຣັດເຊຍກ່າວວ່າສູນປ່ອຍອາວະກາດຍານໄບໂຄນູ ຄອສໂມໂດມ ໃນເດີນຫຍ້າສະເຕບ ປະເທດຄາຊັກສະຖານ ເຊິ່ງບໍລິຫານງານໂດຍມອສໂກ ຍົກຍ້ອງໃນຖານະ “ ຫຼັກໄຊແຫ່ງປະວັດສາດໃນຄວາມຮ່ວມມືທັງສອງຝ່າຍລະຫວ່າງຣັດເຊຍກັບອີິຣານ ເປີດທາງສູ່ການເກີດໂຄງການໃໝ່ໆຫຼືໂຄງການທີ່ໃຫຍ່ກວ່ານີ້”
ອິຊາ ຊາເຣປູ ລັດຖະມົນຕີຄົມມະນາຄົມຂອງອີຣານ ເຊິ່ງຮ່ວມເປັນສັກຂີພະຍານການປ່ອຍດາວທຽມຮຽກວ່າເປັນເຫດການປະຫວັດສາດແລະຈຸດປ່ຽນສຳລັບການເລີ່ມຕົ້ນການສຳພັນໃໝ່ໆ ໃນຂອບເຂດທາງອາກາດລະຫວ່າງ 2ປະເທດ