ຂວ້ຳບາດບໍ່ໄຫວ! ສາຍການບິນ UAE ກັບມາໃຫ້ບໍລິການທ່ຽວບິນມຸ່ງໜ້າສູ່ຣັດເຊຍ
ດ້ວຍປະຕິບັດການຮຸກຮານຢູເຄຼນຍືດເຍື້ອເຂົ້າເຂົ້າສູ່ເດືອນທີ 6 ຣັດເຊຍຍັງຖືກໂດດດ່ຽວຈາກປະຊາຄົມສາກົນ ແບນຂ້າມຊາດຕ່າງໆ ຍັງຄົງປະທ້ວງປະເທດແຫ່ງນີ້ ໃນຂະນະສາຍການບິນທັງຫຼາຍແລະປະເທດຕ່າງໆກຳນົດມາດຕາການແບນທ່ຽວບິນແລະຂວ້ຳບາດຫຼິ້ນງານມອສໂກ ແນວໃດກໍຕາມລ່າສຸດມີສາຍການບິນໜື່ທີ່ຕັດສິນໃຈກັບມາເປີດບໍລິການທ່ຽວບິນຈາກອາບູດາບີສູ່ ມອສໂກແລະຈະເລີ່ມຂາຍປີ້ຕັ້ງແຕ່ວັນທີ 3ຕຸລາເປັນຕົ້ນໄປ
ໂຄສົກ ວິ ແອ ລະບຸວ່າ “ ວິ ແອ ອາບູດາບີ ເປັນສາຍການບິນສັນຊາດສະຫະລັດອາລັບເອມິເຣດ ທີປະຕິບັດການຕາມກົດລະບຽບແລະນະໂຍບາຍແຫ່ງຊາດຂອງສະຫະລັດອາລັບເອມິເຣດ ສາຍການບີນກຳລັງກັບມາເປີດປະຕິບັດການທ່ຽວບິນສູ່ມອສໂກ ເພື່່ອຮອງຮັບການສະໜອງດ້ານການເດີນທາງຂອງບັນດາຜູ້ໂດຍສານ ທີ່ປາສະຈາກບິນເຂົ້າແລະອອກຈາກຣັດເຊຍ ຈາກເມືອງຫຼວງຂອງຢູເອອີ ທຸກສາຍການບິນສັນຊາດຢູເອອີປັດຈຸບັນກຳລັງປະຕິບັດການທ່ຽວບິນຕົງສູ່ຣັດເຊຍ”
ແນວໃດກໍຕາມ ຖ້ອຍຖະແຫຼງລະບຸຕໍ່ວ່າ “ ວິ ແອ ຮົງກາລີ ແລະ ວິ ແອ ສະຫະລາດອານາຈັກ ເວລານີ້ບໍ່ໄດ້ປະຕິບັດການທ່ຽວບິນມຸ່ງໜ້າສູ່ຣັດເຊຍທ່ຽວຈາກສະຫະລາດຊະອານາຈັກແລະອີຢູ ສູ່ຣັດເຊຍຍັງຄົງຖືກແບນ”