ມື້ນີ້ຈະມາບອກສາວໆວ່າການມີປະຈຳເດືອນ2ຄັ້ງຕໍ່ເດືອນ ຜິດປົກກະຕິຫຼືບໍ່?

ຫາກທ່ານຍິງມີປະຈຳເດືອນຫຼາຍກວ່າ 1ຄັ້ງຕໍ່ເດືອນອາດເປັນຍ້ອນເກີດການຕືງຄຽດສະສົມຫຼືການປ່ຍນແປງຂອງຮໍໂມນເຊິ່ງນຳມາກໍ່ໃຫັ້ເກີດໂລກຮ້າຍໄດ້ໃນອານາຄົດ


ປົກກະຕິຮອບເດືອນຂອງຜູຄ້ຍິງມັກມາເດືອນລະ 1ຄັ້ງ ແຕ່ຢູ່ດີໆກໍມີເລືອດຄ້າຍປະຈຳເດືອນ ໄຫຼອອກມາອີກຄັ້ງທີ 2 ຈົນເຮັດໃຫ້ເຮົາສັບສົນໃນການນັບມື້ຕົກໄຂ່ຫຼືວັນທີຮອບເດືອນຈະມາໃນຄັ້ງຕໍ່ໄປ ສາວໆບາງຄົຟນອາດວິຕົກກັງວົນເລັກໜ້ອຍ ເພາະຢ້ານໂລກຮ້າຍແຮງຈະຖາມຫາ ເຊິ່ງຕ້ອງໄດ້ລະວັງສຸຂະພາບໃຫ້ດີຫາກປະຈຳເດືອນມາ2ຄັ້ງພາຍໃນເດືອນດຽວອາດເປັນໂລກຮ້າຍແຮງໄດ້ດັ່ງນີ:


ໂລກພະຍາດອັກເສບ: ເປັນການຕິດເຊື້ອແບັກທີເຣຍທີ່ສະສົມຢູ່ໃນລະບົບສືບພັນເພດຍິງ ທີ່ອາດເຂົ້າສູ່ຊ່ອງຄອດຂອງເຮົາແພ່ກະຈາຍໄປຍັງມົດລູກແລະອະໄວຍະວະເພດທີ່ເຮັດໃຫ້ເກີດການຫຼຸລູກ ລວມເຖິງມີອາການຕົກຂາວພ້ອມທັງມີກີ່ນທີ່ບໍ່ສົງຮ່ວມດ້ວຍ.


ເນື້ອງອກໃນມົດລູກ: ເກີດຈາກການຈະເລີນເຕີບໂຕຜິດບ່ອນແລະຍືດຕິດກັບເພດານຂອງມົດລູກ ເຊິ່ງມີຕັ້ງແຕ່ຂະໜາດນ້ອຍຈົນເຖິງຂະໜາດໃຫຍ່ ເນື້ອງອກນີ້ມີອາການຂ້າງຄຽງທີ່ຮຸນແຮງເຊັ່ນອາການເຈັບທ້ອງ, ເລືອດອອກໃນປະລິມານຫຼາຍ ຄວນເຂົ້າຮັບການປຶກສາຜ່າຕັດອອກໂດຍແພດໃຫ້ໄວທີ່ສຸດຫາກເປັນໄປໄດ້.


ໂລກມະເຮັງປາກມົດລູກ: ເປັນມະເຮັງຊະນິດໜື່ງທີ່ເກີດຈາກການຕິດເຊືອໄວຣັດ (HPV) ໃນເຊວສ່ວນລຸ່ມຂອງມົດລູກທີ່ເຊື່ອມຕໍ່ກັບຊ່ອງຄອດທີ່ກໍໃຫ້ເກີດມະເຮັງປາກມົດລູກ ສາມາດສັງເກດອາການທຳອິດໄດ້ງ່າຍໆຄືປະຈຳເດືອນເລີ່ມໄຫຼໜ້ອຍແລະສົ່ງກິ່ນບໍ່ປະສົງ ລວມເຖິງມີອາການປວດກະດູກອ່ອນລະຫວ່າງມິີເພດສຳພັນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page