ອົດລຳບາກແດ່! ຮ້ານຄ້າຍ່ອຍໃນຢູໂຣບປິດໄຟ-ຫຼຸດເວາເປີດບໍລິການ ຮັບມືວິກິດພະລັງງານໃນລະດູໜາວ

ອົດລຳບາກແດ່! ຮ້ານຄ້າຍ່ອຍໃນຢູໂຣບປິດໄຟ-ຫຼຸດເວລາເປີດບໍລິການ ຮັບມືວິກິດພະລັງງານໃນລະດູໜາວ


ທ່າມກາງບິນຄ່າໄຟທີ່ພຸ່ງສູງແລະມີຄວາມສ່ຽງຫຼາຍຂື້ນວ່າອາດຈະຕ້ອງປັນສ່ວນພະລັງງານບັນດາຮ້ານຄ້າຍ່ອຍບາງແຫ່ງໃນຢູໂຣບຕັດສິນໃຈປິດໄຟແລະກຳລັງພິຈາລະນາຫຼຸດຊົ່ສໂມງເປີດບໍລິການໃນຊ່ວງລະດູໜາວນີ້ ເພື່ອຮັບມືກັບຄວາມເປັນໄປໄດ້ທີ່ອາດຕ້ອງປະເຊີນວິກິດຂາດແຄນພະລັງງານ ຈາກມາດຕາການຂວ້ຳບາດທີ່ກຳນົດຫຼິ້ນງານຣັດເຊຍ ຕອບໂຕ້ກໍລະນີຮຸກຮານຢູເຄຼນ


ບັນດາບໍລິສັດໃຫຍ່ແລະເຈົ້າໜ້າທີ່ລັດຖະບານ ຮຽກຮ້ອງປະຊາຊົນແລະພາກທຸລະກິດທັງຫຼາຍຫຼຸດການໃຊ້ພະລັງງານແລະກຳນົດແຜນສຸກເສີນ ເພື່ອຫຼຸດການເພີ່ງພາການນຳເຂົ້າກ໊າຊທຳມະຊາດຫາກວ່າຕ້ອງປະເຊີນກັບພາວະຂາດແຄນອັນສືບເນື່ອງຈາກສົງຄາມໃນຢູເຄຼນ.


ຮ້ານຄ້າຍ່ອຍສະປາ ອອັດເຕເລຍຈະຫຼຸດຊົ່ວໂມງການເປີດໄຟປ້າຍໂຄສະນາໜ້າຮ້ານແລະບໍລິເວນດ້ານນອກຂອງສາຂາຕ່າງໆຫຼາຍກວ່າ 1.500ແຫ່ງ ທົ່ວປະເທດຄວາມເຄື່ອນໄຫວນີ້ຈະຫຼຸດການບໍລິໂພກພະລັງງານຂອງຮ້ານຄ້າແຫ່ງນີ້ 1ລ້ານກິໂລຊົ່ວໂມງ/ປີ ທາງໂຄສົກເປີດເຜີຍຜ່ານທາງອີເມວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page