ຄົນຈຳນວນຫຼາຍມັກມີອາການງ່ວງນອນໃນລະຫວ່າງມື້ ໂດຍສະເພາະແມ່ນຫຼັງຮັບປະທານອາຫານທ່ຽງມາຮູ້ສາເຫດໃນການງ່ວງນອນຕອນສວຍແລະຕອນຫຼັງອາຫານທ່ຽງ ພ້ອມກັບວິທີປ້ອງກັນມີດັ່ງນີ້:
ສາເຫດຂອງການງ່ວງນອນໃນຕອນສວຍ: ເຊິ່ງສາເຫດສຳຄັນທີ່ອາດເຮັດໃຫ້ຄົນສ່ວນຫຼາຍຮູ້ສືກງ່ວງນອນຫຼາຍຜິດປົກກະຕິ ທັ້ງທີ່ເຂົ້ານອນຕາມເວລາປົກກະຕິ ຄືຮ່າງກາຍຂາດທາດເຫຼັກ ເຊິ່ງເປັນສ່ວນປະກອບສຳຄັນຂອງໂປຕິນຮີໂມໂກບິນໃນເລືອດ ການຂາດທາດເຫຼັກເຮັດໃຫ້ຄວວາມສາມາດໃນການນຳອອກຊີເຈນຈາກປອດໄປລ້ຽງຕາມສ່ວນຕ່າງໆ ຂອງຮ່າງກາຍຂອງໂປຕີນຮີໂມໂກບິນຫຼຸດລົງ ສົ່ງຜົນໃຫ້ເກີດອາການຫາຍໃຈຖີ່ແລະຫາຍໃຈສັ່ນ
ປັດໄຈສຳຄັນໃນການປ້ອງກັນອາການງ່ວງນອນຫຼັງຮັບປະທານອາຫານທ່ຽງ ຄືການປ້ອງກັນບໍ່ໃຫ້ລະດັບນໍ້າຕານໃນເລືອດເພີ່ມຂື້ນຢ່າງໄວເຊິ່ງມີດັ່ງນີ້:
1.ຮັບປະທານອາຫານຢ່າງຊ້າໆແລະຫຍໍ້າໃຫ້ແຫຼກ: ການຫຍໍ້າຢ່າງຊ້າໆ ນອກຈາກຈະຄ່ອຍໆເພີ່ມລະດັບນ້ຳຕານໃນເລືອດຢ່າງຊ້າໆ ແລ້ວຍັງເຮັດໃຫ້ຮູ້ສືກອີ່ມໄວ ເຊິ່ງຈະຊ່ວຍປ້ອງກັນບໍ່ໃຫ້ຮູ້ສຶກງ່ວງນອນຫຼັງມື້ອາຫານແລະປ້ອງກັນບໍ່ໃຫ້ຕຸ້ຍ
2. ຮັບປະທານຜັກ,ເຫັດແລະສາລ່າຍ: ເສັນໃຍອາຫານທີ່ມີຢູ່ໃນຜັກ,ເຫັດແລະສາລ່າຍທະເລເປັນຕົ້ນ ຈະຊ່ວຍຫຼຸດການຍ່ອຍແລະການດູດຊືມນ້ຳຕານເຂົ້າສູ່ຮ່າງກາຍ ການຮັບປະທານອາຫານດັ່ງກ່າວກ່ອນແປ້ງຊ່ວຍປ້ອງກັນການເພີ່ມຂື້ນຢ່າງວ່ອງໄວຂອງລະດັບນ້ຳຕານໃນເລືອດໄດ້ດີ.
3.ເລືອກຮັບປະທານອາຫານທີ່ບໍ່ເຮັດໃຫ້ລະດັບນໍ້າຕານໃນເລືອດເພີ່ມສູງຂື້ນໄດ້ງ່າຍ: ວິທີນີ້ເຮັດໃຫ້ການຫຼີກລ່ຽງອາຫານທີ່ມີນ້ຳຕານສູງແລະແປ້ງຂັດຂາວ ແຕ່ເລືອກຮັບປະທານເຂົ້າກ່ອງ ແລະເມັດທັນຍາພືດ ທີ່ບໍ່ເຮັດໃຫ້ນ້ຳຕານໃນເລືອດເພີ່ມຂື້ນໄວ