ເມື່ອໃດກໍຕາມທີ່ເຮົາກຳລັງຄິດຫຼາຍ ເຮົາອາດຮູ້ສຶກກັງວົນຄິດຫຍັງບໍ່ອອກ ຖ້າຫາກຂະນະນັ້ນເຮົາຈຳເປັນຕ້ອງເຮັດການຕັດສິນໃຈຫຍັງໃຫຍ່ພ້ອມກັນແລ້ວ ເຮົາຈະເຮັດແບບໃດດີ? ເຊິ່ງເຮົາຈະຕ້ອງມີ 7ວິທີນີ້ທີ່ຈະຊ່ວຍໃຫ້ເຮົາເຂົ້າເຖິງຄວາມຄິດດີໆທີ່ຢູ່ໃນຕົວເຮົາເອງ
1.ລອງຖາມໃຈຕົນເອງເບິ່ງ: ໃຫ້ເຮົາລອງຕັ້ງຄຳຖາມທີ່ບໍ່ໄດ້ຕອບພຽງແມ່ນຫຼືບໍ່ແມ່ນ ເພາະຄຳຕອບອື່ນໆຈະເຮັດໃຫ້ຂໍ້ມູນກັບເຮົາໄດ້ຫຼາຍກວ່າ
2.ລອງຄິດພາບ: ເຮົາຄົງເຄີຍໄດ້ຍິນຄຳກ່າວທີ່ວ່າ “ ຮູບໜື່ງຮູບມີຄວາມໝາຍຫຼາຍກວ່າຄຳເວົ້າພັນຄຳ” ຫາກເຮົາພະຍາຍາມຈະຕັດສິນໃຈຫຍັງບາງຢ່າງແຕ່ໃຈເຮົາກຳລັງສັບສົນ ໃຫ້ລອງລັບຕາແລ້ວຄິດຫາຫົນທາງແກ້ໄຂອອກມາເປັນຮູບພາບ
3.ຕັ້ງສະມາທິ: ເຮົາສາມາກສະຫງົບຈິດ,ສະຫງົບໃຈຂອງເຮົາໄດ້ ໂດຍການຫາຍໃຈເຂົ້າອອກຊ້າໆ ລອງເລົ່າຄຳທີ່ເຮັດໃຫ້ເຮົາສະບາຍໃຈໄປດ້ວຍ ເມື່ອຈິດໃຈສະຫງົບແລ້ວ ເຮົາຈະສາມາດຄິດແລະຕັດສິນໃຈຫຍັງໄດ້ດີຂື້ນ
4.ການເໜັງຮ່າງກາຍ: ການລຸກຂື້ນຢືນແລ້ວເໜັງຮ່າງກາຍເຮັດໃຫ້ອອກຊີເຈນເຂົ້າໄປລ້ຽງສະໝອງຫຼາຍຂື້ນ ເປັນຜົນໃຫ້ສະໝອງເຮັດວຽກຈົນສາມາດຄິດຕັດສິນໃຈໄດ້ດີຂື້ນ ໃຫ້ເຮົາພັກຈາກວຽກງານແລ້ວລອງອກອໄປຍ່າງຫຼິ້ນເບິ່ງ
5.ຝັນກາງເວັນ (ເພີ້ຝັນ) : ໃຫ້ລອງຄິດຫາຄວາມທ້າທາຍ ການຕັດສິນໃຈຫຼືບັນຫາທີ່ເຮົາກຳລັງປະເຊີນ ໃຫ້ລອງຄິດພາບເຮົາຢູ່ໃນສະຖານະການທີ່ກຳລັງແກ້ບັນຫານີຢູ່ແລະກຳລັງເຮັດສຳເລັດ ເຮົາອາດຈขยับเขยื้อนร่างกายຄິດຫາຄົນໆໜື່ງທີ່ເຂົ້າມາບອກວິທີແກ້ບັນຫາໃຫ້ເຮົາ
6. ທຳຄວາມເຂົ້າໃຈກັບຄວາມຮູ້ສືກຂອງຕົນເອງ: ຫາກເຮົາກຳລັງຈະຕັດສິນໃຈຄັ້ງສຳຄັນ ແລ້ວເຮົາບໍ່ມີເວລານັ່ງຫາຂໍ້ມູນກ່ຽວກັບເລື່ອງທີ່ຕ້ອງຕັດສິນໃຈ ເຮົາຈະເຮັດແບບໃດ? ລອງລັບຕາແລ້ວຈີນຕະນາການວ່າເຮົາເລືອກທາງໃດທາງໜື່ງໄປແລ້ວເພື່ອຮັບຟັງຄວາມຮູ້ສືກຕົນເອງ
7.ສັງເກດຮ່າງກາຍຂອງເຮົາ: ປະຕິກິລິຍາສ່ວນອື່ນຂອງຮ່າງກາຍເປັນສັນຍານໄດ້ເຊັ່ນກັນເຮົາອາດມີອາການເຫື່ອອອກຫຼືເຮົາອາດຮູ້ສຶກສຽວບໍລິເວນກະດູກສັນຫຼັງເມື່ອເຮົາກຳລັງຕັດສິນໃຈໃນສິ່ງທີ່ເຮົາຮູ້ວ່າຍັງບໍ່ດີຫຼືໃນທາງກົງກັນຂ້າມຄວາມຮູ້ສຶກອົບອຸ່ນທັງກາຍແລະໃຈເປັນສັນຍານບອກວ່າເຮົາຄິດຖືກແລ້ວ.