ອິນເດຍເທໂດລາ! ໃຊ້ສະກຸນເງີນອື່່ນຊຳລະຄ່າຖ່ານຫິນນໍາເຂົ້າຈາກຣັດເຊຍ
ອິນເດຍນຳເຂົ້າຖ່ານຫີນຈາກຣັດເຊຍເພີ່ມຂື້ນຈຳນວນຫຼາຍໃນເດືອນກໍລະກົດແລະຊາດອາຊີໃຕ້ແຫ່ງນີ້ປ່ຍນການຊຳລະເງີນໂດຍບໍ່ໃຊ້ໂດລາ ເພື່ອໃຫ້ໄດ້ມາເຊິ່ງຂໍ້ຕົກລົງສັ່ງຊື້ດັ່ງກ່າວ ຕາມລາຍງານສຳນັກຂ່າວວ່າ ມອສໂກພະຍາຍາມຫຼີກລ່ຽງເຮັດທຸລະກຳດ້ວນສະກຸນເງີນ ສະຫະລັດທ່າມກາງມາດຕາການຂວ້ຳບາດຂອງອາເມລິກາ ເຊິ່້ງຣັດເຊຍໃຫ້ຄຳຈຳກັດຄວາມວ່າເປັນສະກຸນເງີນ “ເປັນພິດ”
ໃນເດືອນກໍລະກົດຣັດເຊຍກ້າວຂື້ນເປັນຜູ້ຈັດຫາຖ່ານກີນປ້ອນແກ່ອິນເດຍ ລາຍໃຫຍ່ທີ່ສຸດອັນດັບ 3 ໂດຍອິນເດຍນຳເຂົ້າຖ່ານຫີນຈາກຣັດເຊຍເພີ່ມຂື້ນ 1ໃນ5ຈາກເດືອນກ່ອນໜ້ານັ້ນ ສູ່ລະດັບ 2.06ລ້ານຕັນ ສູງສຸດເປັນປະຫວັດສາດ
ໃນເດືອນມີຖຸນາບັນດາຜູ້ຊື້ຊາວອິນເດຍ ຊຳລະຄ່າຖ່ານຫີນຣັດເຊຍຢ່າງໜ້ອຍ 742.000ຕັນ ເປັນສະກຸນເງີນອື່ນບໍ່ແມ່ນໂດລາ ເຊິ່ງຄິດເປັນສັດສ່ວນ 44% ຂອງປະລິມານການນຳເຂົ້າຖ່ານຫິນຣັດເຊຍທັງໝົດ 1.7ລ້ານຕັນໃນເດືອນດັ່ງກ່າວ.
ແນວໃດກໍຕາມ ໃນຊ່ວງບໍ່ຮອດອາທິດທີ່ຜ່ານມາ ບັນດາຜູ້ຜະລິດເຫຼັກແລະຊີເມນສັນຊາດອິນເດຍໄດ້ຫັນໄປຊື້ຖ່ານຫີນຣັດເຊຍໂດຍໃຊ້ສະກຸນເງີນດີແຣຂອງສະຫະລັດອາລັບເອມິເຣດ ໂດລາ,ຮ່ອງກົງ, ຫຢວນຂອງຈີນ ແລະ ຢູໂຣເພີ່ມຂື້ນຕາມຂໍ້ມູນໃນເອກະສານສູນກາງ.