ມຸ່ງລວມຊາດ! ຈີນອອກປື້ມປົກຂາວສະບັບໃໝ່ ຕັດນະໂຍບາຍ “ບໍສົ່ງທະຫານໄປໄຕ້ຫວັນ
ຫ້ອງການວຽກງານໄຕ້ຫວັນຂອງສະພາຈີນ ແລະຫ້ອງການຂໍ້ມູນຂ່າວສານຫ້ອງການຂະນະລັດຖະມົນຕີແຫ່ງສາທາລະນະລັດປະຊາຊົນຈີນ ໄດ້ເຜີຍແພ່ປື້ມປົກຂາວກ່ຽວກັບໄຕ້ຫວັນສະບັບລ່າສຸດຊື່ “ ບັນຫາໄຕ້ໄຫວແລະການລວມຊາດຈີນແຫ່ງຍຸກໃໝ່”
ການເຜີຍແພ່ປື້ມປົກຂາວຂ້າງຕົ້ນເນັ້ນຢືນຢັນຄວາມຸ່ງໝັ່ນຂອງປັກກິ່ງໃນການລວມຊາດຢ່າງສັນຕິແຕ່ຍັງລວມເຖິງຄວາມພ້ອມໃນການໃຊ້ກຳລັງຫາກເຫັນວ່າຈຳເປັນ
ນະໂຍບາຍໃໝ່ຢືນຢັນຈະໃຊ້ຮູບແບບການປົກຄອງແບບ “ໜື່ງປະເທດ ສອງລະບົບ” ແນວໃດກໍດີເມື່ອປຽບທຽບກັບປື້ມປົກຂາວສະບັບ 2543ພົບວ່າ ເອກະສານສະບັບໃໝ່ໄດ້ຕັດແນວຄິດ “ ໜື່ງປະເທດ ສອງລະບົບທີ່ຜ່ອນຄາຍຫຼາຍກວ່າຮ່ອງກົງແລະມາເກ໊າ” ອອກໄປ
ນອກຈາກນີ້ປື້ມປົກຂາວສະບັບໃໝ່ຍັງຕັດນະໂຍບາຍ “ ລັດຖະບານກາງຈະບໍ່ສົ່ງກຳລັງທະຫານແລະເຈົ້າໜ້າທີ່ບໍລິຫານໄປຍັງໄຕ້ຫວັນ” ແລະ “ ເລື່ອງໃດໆ ກໍຕາມສາມາດເຈລະຈາໄດ້ພາຍໃຕ້ຫຼັກການຈີນດຽວ”
“ເຮົາຄືຈີນດຽວແລະໄຕ້ຫວັນເປັນສ່ວນໜື່ງຂອງຈີນ ເປັນຄວາມຈິງທີ່ບໍ່ອາດໂຕ້ແຍ້ງທີ່ມີປະຫວັດສາດແລະກົດຫຼາຍຮອງຮັບໄດ້ ໄຕ້ຫວັນບໍ່ເຄີຍເປັນລັດຊາດແລະການເປັນສ່ວນໜື່ງຂອງຈີນຄືສະຖານະທີ່ບໍ່ອາດປ່ຽນແປງ” ປື້ມປົກຂາວລະບຸ”