ຢູໂຣບກຽມເຮ! ຢູເຄຼນກຽມເປີດທໍ່ສົ່ງນ້ຳມັນແລ້ວຫຼັງໄດ້ຮັບເງີນຈາກຣັດເຊຍ
ບໍລິສັດທໍ່ສົ່ງນ້ຳມັນຂອງຣັດເຊຍ ເປີດເຜີຍວ່າ ທາງບໍລິສັດ
ຈະມີການສົ່ງນ້ຳມັນໄປຍັງຢູໂຣບຕາເວັນອອກທາງທໍ່ສົ່ງຜ່ານຢູເຄຼນໃນມື້ນີ້ ຫຼັງຈາກທີ່ຢູເຄຼນໄດ້ປິດທໍ່ສົ່ງນ້ຳມັນກ່ອນໜ້ານີ້ ເນື່ອງຈາກບໍ່ໄດ້ຮັບຄ່າທຳນຽມຈາກການຂົນສົ່ງນໍ້າມັນຈາກຣັດເຊຍ
ທັ້ງນີມີການລະບຸວ່າການຂົນສົ່ງນ້ຳມັນຈະເລີ່ມຂື້ນໃນມື້້ນີ້ ໃນຂະນະທີ່ຢູເຄຼນຢືນຢັນວ່າໄດ້ຮັບເງີນຄ່າທຳນຽມການຂົນສົ່ງນ້ຳມັນຈາກຣັດເຊຍແລ້ວແລະຈະກັບມາເປີດທໍ່ສົ່ງຕາມປົກກະຕິ
ກ່ອນໜ້ານີຢູເຄຼນໄດ້ລະງັບການສົ່ງນຳມັນຂອງຣັດເຊຍຜ່ານທໍ່ສົ່ງ Druzhba ເຊິ່ງມີການຂົນສົ່ງນ້ຳມັນ 250.000ຖັງ/ມື້ ສົ່ງຜົນໃຫ້ຮົງກາລີ ສາທາລະນະລັດເຊກແລະສະໂລວາເກຍບໍ່ໄດ້ຮັບນ້ຳມັນດັ່ງກ່າວຕັ້ງແຕ່ວັນທີ 4 ສິງຫາ
ເນື່ອງຈາກຣັດເຊຍບໍ່ສາມາດຈ່າບເງີນຄ່າທຳນຽມຂົນສົ່ງນ້ຳມັນໃຫ້ແກ່ຢູເຄຼນໂດຍຖືກສະກັດກັ້ນຈາກມາດຕາການຂວ້ຳບາດຂອງຊາດຕາເວັນຕົກ