ການເຈັບທ້ອງນ້ອຍແບບຮຸນແຮງ ເປັນອາການເຈັບແບບທັນທີ ມັກເກີດຈາກການຂາດເລືອດໄປລ້ຽງອາໄວຍະວະເພດໃນຊ່ອງທ້ອງ
ເປັນສາເຫດອາດເກີດຈາກການຕິດເຊື້ອ ຫຼື ການອັກເສບຂອງເນືອເຍື່ອໃນຮ່າງກາຍ ລວມທັງໃນຜູ້ປ່ວຍຫຼັງຜ່າຕັດ ເຊິ່ງໂລກທີ່ເຮັດໃຫ້ເກີດອາການເຈັບທ້ອງນ້ອຍແບບຮຸນແຮງມີດັ່ງລຸ່ມນີ້:
ຖືພານອກມົດລູກ: ຜຸູ້ທີ່ຖືພາຮູ້ສຶກປວດທ້ອງນ້ອຍດ້ານໃດໜື່ງປວດແຮງຈົນເປັນລົມຫຼືມີເລືອດອອກທາງຊ່ອງຄອດແບບປະລິມານໜ້ອຍ ແລະ ມີການຂາດປະຈຳເດືອນມາກ່ອນ ອາການເຫຼົ່ານີ້ເປັນສັນຍານເຕືອນໃຫ້ຮີບໄປຫາໝໍໂດຍດ່ວນ ເພາະເປັນສັນຍານຂອງການຖືພານອກມົດລູກ.
ກະເພາະປັດສະວະອັກເສບ: ຖ້າມັກມີອາການເຈັບທ້ອງນ້ອຍເວລາປັດສະວະ ໂດຍສະເພາະປດສະວະສຸດ ອີກທັງຍັງປັດສະວະເລື້ອຍໆ ການເຈັບທ້ອງນ້ອຍກໍລະນີນີ້ອາດເປັນສັນຍານເຕືອນຂອງໂລກະເພາະປັດສະວະອັກເສບ ເຊິ່ງມີສາເຫດມາຈາກເຊື້ອແບັກທີເຣຍເຂົ້າໄປທາງທໍ່ປັດສະວະ ໃຜທີ່ຜັກອົດກັ້ນປັດສະວະດົນໆລອງສັງເກດເບິ່ງ.
ຖົງນໍ້າຮັງໄຂ່ແຕກ: ໂລກນີ້ຈະເຮັດໃຫ້ຮູ້ສຶກເຈັບທ້ອງນ້ອຍຢ່າງຮຸນແຮງ ແລະ ຈະມີອາການເຈັບເປັນບາດໃນໄລຍະທຳອິດ ມັກຮູ້ສຶກເຈັບໃນເວລາອອກກຳລັງກາຍ ຫຼື ເຮັດກິດຈະກຳຕ່າງໆອາດມີການອາຈຽນຮ່ວມດ້ວຍ ຫາກມີອາການບິດຂັ້ນຮຸນແຮງຫຼາຍຂື້ນ ຈະເຮັດໃຫ້ຮັງໄຂ່ຄັ່ງເລືອດເຊິ່ງຫາກຖົງນໍ້າຮັງໄຂ່ແຕກ ຈະເຮັດໃຫ້ເລືອດຈີກຂາດຈົນເລືອດຕົກໃນທ້ອງ.
ໄສ້ຕິ່ງອັກເສບ: ເປັນອີກໜື່ງອາການທີ່ເຮັດໃຫ້ຮູ້ສຶກເຈັບທ້ອງນ້ອຍໄດ້ເຊັ່ນກັນ ໂດຍມີການເຈັບບໍລິເວນທ້ອງນ້ອຍດ້ານຂວາລຸ່ມ ແລ້ວຈື່ງຄ່ອຍເຈັບບໍລິເວນສະບື ຕິດຕໍ່ກັນດົນກວ່າ 6ຊົ່ວໂມງຮູ້ສຶກເຈັບເວລາທ້ອງນ້ອຍດ້ານຂວາຖຶກສະເທືອນ.