ສະຫະລັດຊອມເບິ່່ງ! ພົບຣັດເຊຍກຳລັງຝືກໃນອີຣານ ຫຼັງເຕຫະຣານມອບໂດນຕິດອາວຸດຊ່ວຍຢູເຄຼນ
ເຈົ້າໜ້າທີ່ຣັດເຊຍເຂົ້າໄປຝຶກຝົນໃນອີຣານໃນຊ່ວງບໍ່ຮອດອາທິດທີ່່ຜ່ານມາ ສ່ວນໜື່ງໃນຂ້ຳຕົກລົງໂອນຍ້າຍໂດນລະຫວ່າງ 2ຊາດ ກະຊວງການຕ່າງປະເທດສະຫະລັດ ລະບຸຄວາມເຄື່ອນໄຫວເຊິ່ງມີຂື້ນບໍ່ດົນຫຼັງຈາກມີການອ້າງແຫຼ່ງຂ່າວເຜີຍວ່າ ອີຮານກຳລັງມີແຜນມອບໂດນຕໍ່ສູ້ສັກກາຍະພາບຕິດອາວຸດຈຳນວນຫຼາຍຮ້ອຍລຳໃຫ້ແກ່ຣັດເຊຍສຳລັບນຳໄປໃຊ້ໃນປະຕິບັດການທາງທະຫານໃນຢູເຄຼນ
ໃນເດືອນທີ່ຜ່ານມາ ວໍຊິງຕັນມີຂໍ້ມູນວ່າອີຣານກຳລັງກຽມມອບໂດນຫຼາຍຮ້ອຍລຳແກ່ຣັດເຊຍ ໃນນັ້ນບາງສ່ວນມີສັກກາຍະພາບຕິດອາວຸດ ແລະ ລະບຸດ້ວຍວ່າເຈົ້າໜ້າທີ່ຣັດເຊຍໄດ້ຫຼຸດເດີນທາງຢ້ຽມອີຣານ ເພືອ່ອາກາດຍານບໍ່ມີຄົນຂັບ ສັກກາຍະພາບໂຈມຕີເຫຼົ່ານັ້ນດ້ວຍຕາຂອງຕົນເອງ.
ຄຳກ່າວອ້າງດັ່ງກ່າວກໍ່ຄວາມກັງວົນວ່າ ອີຣານເຊິ່ງທີ່ຜ່ານມາຈັດຫາໂດນມອບແກ່ພັນທະມິດຂອງພວກເຂົາໃນຕາເວັນອອກກາງ ເວລານີ້ກຳລັງມອບແຮງສະໜັບສະໜູນແກ່ຣັດເຊຍ ທີ່ກຳລັງເຮັດສົງຄາມໃນຢູເຄຼນ ຕາມການລາຍງານ
ໃນຊ່ວງເວລາດັ່ງກ່າວລັດຖະມົນຕີວ່າການກະຊວງການຕ່າງປະເທດອີຣານອອກມາປະຕິເສດຄຳກ່າວອ້າງນີ້ ໃນນັ້ນລວມເຖິງລະຫວ່າງໂອ້ລົມທາງໂທລະສັບກັບລັດຖະມົນຕີຕ່າງປະເທດຂອງຢູເຄຼນ.