ຢູ່ໄດ້ແນວໃດ! ຜູ້ໍຊາຍຊາວອິນເດຍບໍ່ອາບນໍ້າດົນເປັນເວລາເກືອບ 22ປີ
ຜູ້ຊາຍອາຍຸ 62ປີ ຈາກປະເທດອິນເດຍ ກຳລັງກາຍເປັນກະແສ ໃນໂລກອອນລາຍໃນປະເທດບ້ານເກີດຂອງລາວ ລັງຈາກທີ່ເປີດເຜີຍວ່າຕົນເອງບໍ່ໄດ້ອາບນໍ້າມາດົນນານກວ່າ 22ປີເຊິ່ງເປັນຄົນທີ່ມີຊື່ສຽງໃນບ້ານເກີດ ທຸກຄົນຈະຮູ້ດີວ່າລາວບໍ່ໄດ້ອາບນໍ້າຫຼືສຳພັດນໍ້າໃສ່ຮ່າງກາຍມາດົນກວ່າ 22ປີແລ້ວ ແຕ່ທຸກຄົນບໍ່ມີໃຜເວົ້າເຍາະເຍີ້ຍເລື່ອງນີ້ກັບລາວເລີຍ

ໃນທາງກົງກັນຂ້າມລາວໄດ້ຮັບຄວາມເຄົາລົບນັບຖືຢ່າງຫຼາຍກັບການທີ່ລາວຕັດສິນໃຈເຮັດແບບນີ້ ນັ້ນເປັນຍ້ອນລາວສາບານທີ່ຈະບໍ່ອາບນໍ້າຈົນກວ່າບັນຫາຕ່າງໆ ທີ່ເກີດຂື້ນໃນໝູ່ບ້ານຂອງລາວຈະໝົດໄປບໍ່ວ່າຈະເປັນຄວາມຮຸນແຮງຕໍ່ຜູ້ຍິງ,ການຂ້າສັດແບບບໍ່ມີເຫດຜົນ ລວມໄປເຖິງຂໍ້ຜິດພາດເລື່ອງທີ່ດິນແລະໃນເມື່ອທຸກສິ່ງບໍ່ດີຂື້ນລາວກໍຮັກສາຄໍາໝັ້ນສັນຍາຂອງລາວຕໍ່ໄປ.
