ໃຜເປັນສາຍຫວານຕ້ອງກັງວົນໃຈຈັກໜ່ອຍແດ່ແລ້ວ ເມື່ອມີຂໍ້ສົງໃສວ່າ ນໍ້າຕານ ໃນຂອງຫວານອາດເປັນໜື່ງໃຮປັດໄຈທີ່ເຮັດໃຫ້ເຮົາແກ່ໄວກວ່າປົກກະຕິ
ນໍ້າຕານ ເຮັດໃຫ້ແກ່ໄວແມ່ນແທ້ບໍ? ຈາກການລະບຸພົບວ່າ ການສຶກສາວິໄຈຍັງພົບວ່າການບໍລິໂພກນ້ຳຕານໃນປະລິມານສູງມີຄວາມສຳພັນກັບການເກີດລິ້ວລອຍແລະແກ່ກ່ອນໄວເຊິ່ງບໍ່ໄດ້ເກີດພຽງສະເພາະເຊວຜິວໜັງເຮົາເທົ່ານັ້ນ ພາວະແກ່ກ່ອນໄວດັ່ງກ່າວເກີດຂື້ນກັບເຊວບໍລິເວນອະໄວຍະວະຕ່າງໆໃນຮ່າງກາຍຂອງເຮົາດ້ວຍ
ເມື່ອເຮົາບໍລິໂພກອາຫານຫຼືເຄື່ອງດື່ມທີ່ມີນ້ຳຕານສູງ,ນໍ້າຕານເຫຼົ່ານັນຖືກດູດຊືມເຂົ້າສູ່ກະແສເລືອດຢ່າງວ່ອງໄວເຊິ່ງເຮັດໃຫ້ລະດັບນໍ້າຕານທີ່ບໍລິເວນຜິວໜັງສູງຂື້ນເຊັ່ນດຽວກັນ ນໍ້າຕານບໍລິເວນຜິວໜັງສາມາດຈັບກັບໂປຼຕິນອີລາດຕິນແລະຄໍລາເຈນເກີດເປັນສານປະກອບທີ່ມີຊື່ວ່າ Advanced glycation end productsຫຼື AGEs ເຊິ່ງເປັນສາເຫດສຳຄັນຂອງການເກີດລິ້ວລອຍແລະແກ່ກ່ອນໄວ ສົ່ງຜົນໃຫ້ໂປຼຕິນອີລາຕິນແລະຄໍລະເຈນເສື່ອມສະພາບແລະສະສົມຢູ່ບໍລິເວນຜິວໜັງ ສົ່ງຜົນໃຫ້ຄວາມຍືດຂອງຜິວໜັງຫຼຸດລົງ ເກີດການຫຍ່ອຍຄ້ອຍ ໂດຍຂະບວນການດັ່ງກ່າວສາມາດກະຕຸ້ນໃຫ້ເກີດໄດ້ໄວແລະຫຼາຍຂື້ນເມື່ອເຮົາບໍລິໂພກອາຫານທີມີປະລິມານນໍ້າຕານສູງນັ້ນເອງ.
ພຽງແຕ່ຫຼຸດການກິນຫວານ,ຫຼຸດນໍ້າຕານ ກໍຊ່ວຍໃຫ້ຢັບຢັ້ງຄວາມແກ່ໄວໄດ້ເພາະນ້ຳຕານເປັນປັດໄຈທີ່ເຮັດໃຫ້ຮ່າງກາຍລວມເຖິງຜິວໜັງຂອງເຮົາເສື່ອມສະພາບລືແກ່ໄວຂື້ນກວ່າປົກກະຕິໄດ້ ການຫຼີກລ່ຽງການບໍລິໂພກອາຫານແລະເຄື່ອງດື່ມທີ່ມີນໍ້າຕານສູງ ອາດຊ່ວຍຢັບຢັ້ງການເກີດຜິວຫຍ່ອນຄ້ອຍຈາກການປ້ອງກັນການເກີດ AGEs