10 ເຄັດລັບໃນການ “ຕັ້ງເປົ້າໝາຍ” ໃຫ້ປະສົບຄວາມສຳເລັດ

ຄົນເຮົາມີຊີວິດໄດ້ພຽງຄັ້ງດຽວເທົ່ານັ້ນ ແລ້ວເຈົ້າເດ ຄິດວ່າຈະໃຊ້ໄດ້ຄຸ້ມຄ່າບໍ?

ເຮົາຄວນເລີ່ມຕົ້ນການກ້າສະແດງຄວາມຕ້ອງການຂອງຕົນເອງ ແຕ່ບັນຫາກໍຄືຄົນສ່ວນໃຫຍ່ມັກບໍ່ຮູ້ວ່າຕົນເອງ ຕ້ອງການຫຍັງ ມື້ນີ້ແອດຈະມາສະເໜີເສັ້ນທາງສຸດມະຫັດສະຈັນທີ່ຈະເຮັດໃຫ້ຝັນເຮົາກາຍເປັນຈິງ ດ້ວຍເຄັດລັບທີ່ຢູ່ເບືອຫຼັງການຫາແລະບັນລຸເປົ້າໝາຍມີ່ຍິ່ງໃຫຍ່ໃນຊີວິດ.


1.ເປົ້າໝາຍທີ່ສຳຄັນທີ່ສຸດໃນຊີວິດເຮົາຄວນເປັນຂອງເຮົາ: ເປົ້າໝາຍໃນຊີວິດເຮົາຕ້ອງບໍ່ຂື້ນກັບຄູ່ສົມລົດຫຼືເຈົ້ານາຍແຕ່ຕ້ອງເປັນໂຕເຮົາເອງ ຫາກປ່ອຍໃຫ້ຄົນອື່ນມາກຳໜົດຄວາມສຳເລັດໃນຊີວິດເຮົາ ນັ້ນໝາຍຄວາມວ່າເຮົາກຳລັງທຳຮ້າຍອານາຄົດຂອງເຮົາເອງ.


2.ເປົ້າໝາຍຂອງເຮົາຕ້ອງມີຄວາມໝາຍຕໍ່ເຮົາ: ໃນຂະໜະທີ່ເຮົາຈົດເປົ້າໝາຍຕ່າງໆໄວ້ ເຮົາຄວນຖາມຕົນເອງວ່າ ສິ່ງທີ່ສຳຄັນສຳລັບເຮົ າຄືຫຍັງ? ການເດີນຕາມຄວາມຝັນນັ້ນຕ້ອງສູນເສຍຫຍັງແດ່? ເຫດຜົນເຫຼົ່ານັ້ນຈະເປັນພະລັງພັກດັນໃຫ້ເຮົາລຸກຂື້ນມາເຮັດຕາມຝັນໃນທຸກໆເຊົ້າ.
3.ເປົ້າໝາຍຂອງເຮົາຕ້ອງສະເພາະເຈາະຈົງແລະປະເມີນຜົນໄດ້ ໃຫ້ລະບຸລາຍລະອຽດເປົ້າໝາຍຂອງເຮົາໃຫ້ຊັດເຈນແລະສະເພາະເຈາະຈົງທີ່ສຸດເທົ່າທີ່ຈະເຮັດໄດ້ ເພາະການເວົ້າຢ່າງກວ້າງໆເກີນໄປຫຼືບໍ່ແນ່ນອນ ບໍ່ອາດເຮັດໃຫ້ເຮົາບັນລຸຄວາມສຳເລັດໄດ້


4.ເປົ້າໝາຍຂອງເຮົາຕ້ອງມີຄວາມຍືດຫຍຸ່ນ: ເພາະຈະເຮັດໃຫ້ເຮົາບໍ່ຮູ້ສຶກກົດດັນກັບແຜນຈົນເກີນໄປ ແລະ ຍັງພ້ອມເປີດຮັບໂແກາດດີໆ,ໂອກາດໃໝ່ໆທີ່ເຂົ້າມາໃນຊີວິດຫຼາຍຂື້ນດ້ວຍ.
5. ເປົ້າໝາຍຂອງເຮົາຕ້ອງທ້າທາຍແລະໜ້າຕື່ນເຕັ້ນ: ຈົ່ງບັງຄັບຕົນເອງໃຫ້ກ້າວອອກຈາກພື້ນທີ່ປອດໄພໃຫ້ໄດ້ ເພື່ອສ້າງຄວາມກ້າວໜ້າແລະເຮົາມີໂອກາດໄດ້ເຮັດຕາມເປົ້າໝາຍທີ່ຫວັງໄວ້ຢ່າງເຕັມທີ່.


6.ເປົ້າໝາຍຂອງເຮົາຕ້ອງສອດຄ່ອງກັບຄວາມຄິດຄວາມເຊື່ອຂອງເຮົາເອງ: ໃຫ້ຄວາມສຳຄັນກັບສັນຊາດຕະຍານແລະວິຖີຄິດຂອງຕົນເອງ ຈົ່ງເບິ່ງຄວາມເປັນໄປໄດ້ສະເໝີ ເພາະການຕັ້ງເປົ້າໝາຍທີ່ຂັດກັບຕົນເອງເກີນໄປອາດເຮັດໃຫ້ເກີດບັນຫາຕາມມາ.
7.ເປົ້າໝາຍຂອງເຮົາຕ້ອງມີຄວາມສົມດູນ:ເຊິ່ງເປັນຄວາມສຳຄັນບໍ່ແພ້ຄວາມສຳເລັດທີ່ເຮົາກຳລັງຊອກຫາດັ່ງນັ້ນເຮົາຄວນມີເວລາໃຫ້ກັບຕົນເອງໄດ້ພັກຜ່ອນ,ທ່ຽວຫຼິ້ນໃຫ້ມ່ວນແລະພົບປະໝູ່ເພື່ອນ.


8.ເປົ້າໝາຍຂອງເຮົາຕ້ອງຢູ່ໃນພື້ນຖານຄວາມເປັນຈິງ: ຝັນສູງໄດ້ແຕ່ຢ່າໃຫ້ເກີນຄວາມເປັນຈິງຈົນເກີນໄປແລະຢ່າລືມວ່າເຮົາຕ້ອງມີເວລາພໍຈະເຮັດຕາມຄວາມຝັນໃຫ້ເປັນຈິງ
ໄດ້.
9.ເປົ້າໝາຍຂອງເຮົາຄວນມາພ້ອມກັບການໃຫ້: ໜ້າເສຍດາຍຫຼາຍຄົນມັກເສຍເວລາໃນຊີວິດໄປກັບການເດີນທາງຕາມຄວາມຝັນຈົນບໍ່ມີເວລາໃຫ້ຫຍັງຄືນແກ່ສັງຄົມ


10.ເປົ້າໝາຍຂອງເຮົາຄວນມີຄົນທີ່ຊ່ວຍເຫຼືອໄດ້: ເຮົາອາດຈະເລືອກແຊບາງຄວາມຝັນຂອງເຮົາກັບຄົນຈຳນວນຫຼາຍຫຼືກັບຄົນບາງຄົນ ເຊິ່ງມິດຕະພາບເປັນອີກໜື່ງແຮງສະໜັບສະໜູນໃຫ້ເຮົາໄປເຖິງຝັນໄດ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page