ຈີນປະກາດພ້ອມໃຊ້ກຳລັງ-ຢໍ້າເປົ້າໝາຍລວມຊາດ

ຈີນປະກາດພ້ອມໃຊ້ກຳລັງ-ຢໍ້າເປົ້າໝາຍລວມຊາດ


ກອງບັນຊາການພາກຕາເວັນອອກ ກອງທັບປົດປ່ອຍປະຊາຊົນຈີນອອກຖະແຫຼງການວ່າ ປະຕິບັດການຮ່ວມທາງທະຫານໃນທະເລແລະນ່ານຟ້າອ້ອມເກາະໄຕ້ຫວັນບັນລຸພາລະກິດຕ່າງໆເປັນທີ່ຮຽບຮ້ອຍແລ້ວແລະການຝຶກຊ້ອມຄັ້ງນີ້ເປັນການທົດສອບຂີດຄວາມສາມາດຂອງການປະສານງານລະຫວ່າງໜ່ວຍຮົບໄດ້ຢ່າງມີປະສິດທິພາບ

ໜ່ວຍຮົບໃນພາກພື້ນຈະຈັບຕາສະຖານະການໃນຊ່ອງແຄບໄຕ້ຫວັນຢ່າງໃກ້ຊິດແລະຍັງຄົງປະຕິບັດການຝຶກຊ້ອມກຽມການຮົບ ພາລະກິດສອດແນມໃນຊ່ອງແຄບໄຕ້ຫວັນແລະແນໃສ່ປົກປັກຮັກສາອະທິປິໄຕແລະຄວາມເປັນປືກແຜ່ນຂອງດິນແດນຢ່າງຕໍ່ເນື່ອງ


ດ້ານສຳນັກຂ່າວມີການລາຍງານວ່າ ການຖະແຫຼງການດັ່ງກ່າວເປັນການສົ່ງສັນຍານຍຸຕິການຊ້ອມຮົບອ້ອມເກາະໄຕ້ຫວັນທີ່ລ່ວງເລີຍກຳໜົດການສິ້ນສຸດເກົ່າ ແຕ່ໃນຂະນະດຍວກັນກອງທັບຈີນກໍຈະກົດດັນລັດຖະບານໄຕ້ຫວັນໄປ ໂດຍແຫຼ່ງຂ່າວເປີດເຜີຍວ່າກອງທັບເຮືອຮົບຂອງຈີນຈະຍັງຄົງເຄື່ອນໄຫໃນພື້ນທີ່ທະເລທາງຕາເວັນອອກແລະຕາເວັນຕົກຂອງໄຕ້ຫວັນ
ສ່ວນສຳນັກຂ່າວຂອງຈີນລະບຸວ່າ ປະຕິບັດການຊ້ອມຮົບຂອງກອງທັບປົດປ່ອຍປະຊາຊົນຈີນຄັ້ງນີ້ແນໃສ່ການປິດລ້ອມແລະການສົ່ງກຳລັງບໍາລຸງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page