ລະດັບນ້ຳເກີນຂີດອັນຕະລາຍແລ້ວ!ອ້າຍນ້ອງທະຫານ 600ນາຍກຽມພ້ອມຮັບມື

ລະດັບນໍ້າເກີນຂີດອັນຕະລາຍແລ້ວ! ກຽມອ້າຍນ້ອງທະຫານ 600 ກວ່ານາຍເພື່ອຮັບມືໄພນໍ້າຖ້ວມຢູ່ແຂວງໄຊຍະບູລີ
12.8.2022, ສືບເນື່ອງຈາກ ພາຍຸມູຫລານກໍ່ໃຫ້ຝົນຕົກແຕ່ວັນທີ 11-12 ສິງຫາ ປີ 2022 ນີ້,

ໄດ້ເກີດມີນໍ້າຫ້ວຍຫຼາຍສາຍຢູ່ແຂວງ ໄຊຍະບູລີ ຂຶ້ນຖ້ວມເນື້ອທີ່ການຜະລິດ ແລະ ເຮືອນຊານຂອງປະຊາຊົນຈໍານວນໜຶ່ງ, ຕໍ່ກັບເຫດການດັ່ງກ່າວ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ການນໍາທຸກພາກສ່ວນຂອງແຂວງ ແມ່ນໄດ້ເຝົ້າລະວັງ ແລະ ກຽມກໍາລັງພົນ 600 ກວ່າຄົນເພື່ອຕອບໂຕກັບໄພດັ່ງກ່າວ.


ປັດຈຸບັນຕາມການລາຍງານເບື້ອງຕົ້ນ ທົ່ວແຂວງເກີດມີນໍ້າຖ້ວມ 5 ເມືອງ, ເສັ້ນທາງຕັດຂາດລະຫວ່າງເມືອງ ໄຊຍະບູລີ ຫາ ເມືອງ ຫົງສາ, ເນື້ອທີ່ການຜະລິດ ແລະ ສັດລ້ຽງຂອງປະຊາຊົນໄດ້ຮັບຜົນເສຍຫາຍຈໍານວນໜຶ່ງ, ສະເພາະເທດສະບານເມືອງ ໄຊຍະບູລີ ລະດັບແມ່ນນໍ້າຮຸ່ງແມ່ນຂຶ້ນເຖິງຈຸດສ່ຽງໄພຢູ່ໃນລະດັບ 5-6,5 ແມັດ, ຈຸດອັນຕະລາຍແມ່ນ 7 ແມັດ


ສໍາລັບແຜນການຕອບໂຕ້ເບື້ອງຕົ້ນແມ່ນໄດ້ປະກາດພາວະສຸກເສີນແຈ້ງເຕືອນການເຝົ້າລະວັງຜ່ານທາງໂທລະໂຄ່ງຂອງແຕ່ລະບ້ານ, ແຈ້ງອອກທາງວິທະຍຸ ແລະ ໃຫ້ລົດໂຮງໝໍ, ຕໍາຫຼວດ ເປີດໂວດແຈ້ງເຕືອນປະຊາຊົນຕາມຫົນທາງ, ພ້ອມດຽວກັນກໍ່ໄດ້ລະດົມກໍາລັງພົນເພື່ອເຂົ້າຊ່ວຍເຫຼືອປະຊາຊົນເມື່ອນໍ້າຂຶ້ນຖ້ວມຈໍານວນ 600 ກວ່າຄົນ,

ໃນນັ້ນ: ມີກໍາລັງທະຫານແຂວງ 115 ຄົນ, ທະຫານຮາບກອງພົນທີ2 ມີ 300 ຄົນ, ຕໍາຫຼວດ 50 ຄົນ, ຊາວໜຸ່ມຈາກບັນດາພະແນກການອ້ອມຂ້າງແຂວງ 200 ຄົນ, ມີໜ່ວຍກູ້ໄພແຂວງ ແລະ ແພດໝໍຈໍານວນ 20 ຄົນ, ນອກນີ້ຍັງມີພາຫະນະປະເພດລົດບັນທຸກ ແລະ ລົດກະບະ 18 ຄັນ, ລົດກູ້ຊີບກູ້ໄພ 3 ຄັນ, ເຮືອ 3 ລໍາ, ເຄື່ອງຜະລິດນໍ້າກິນ-ນໍ້າໃຊ້ 1 ເຄື່ອງ ແລະ ຍັງມີຢາປົວພະຍາດຈໍານວນໜຶ່ງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page