10 ອັນດັບ”ພູເຂົາໄຟ” ທີ່ອັນຕະລາຍທີ່ສຸດໃນໂລກ

10 ອັນດັບ “ພູເຂົາໄຟ” ທີ່ອັນຕະລາຍທີ່ສຸດໃນໂລກ

ອັນດັບທີ 10: ພູເຂົາໄຟເມົານາໂລອາ ເກາະໃຫຍ່ໃນລັດຮາວາຍ ສະຫະລັດອາເມລິກາ ເຊິ່ງເປັນພູເຂົາໄຟທີໃຫຍ່ທີ່ສຸດ ມີເນື້ອທີ່ປະມານ 5.180ຕາລາງກິໂລແມັດແລະມີການເກີດລະເບີດທຸກທ 3ປີ


ອັນດັບທີ 9: ພູເຂົາໄຟຕາອັນ ເມືອງບາຕັງກັສ ເກາະລູຊອນ ປະເທດຟິລິປິນ ເຊິ່ງຕັ້ງຢູ່ກາງທະເລສາບຕາອັນ ເທິງເກາະລູຊອນ ຫ່າງຈາກກຣຸງມະນິລາໄປພຽງ 50ກິໂລແມັດ ມີການລະເບິດພຽງ 33ຄັ້ງຈົນຮອດປະຈຸບັນ
ອັນດັບທີ 8: ພູເຂົາໄຟອູລາວັນ ເກາະບິວບີເທນ ປະເທດປາປົວນິວກິນີ ຕັ້ງຢູ່ກາງເກາະນິວບີເທນ ເປັນພູເຂົາໄຟທີ່ຊົງພະລັງງານທີ່ສຸດ ມີການລະເບີດຄັ້ງໃຫຍ່ທີ່ແສນສາຫັດຫຼາຍກວ່າ 22ຄັ້ງ


ອັນດັບທີື 7: ພູເຂົາໄຟນີລາກອງໂກ ອຸທະຍານແຫ່ງຊາດວິລຸງກາ ສາທາລະນະລັດປະຊາທິປະໄຕຄອງໂກ ເປັນພູເຂົາໄຟສະລັບຊັ້ນ, ປາກປ່ອງມີເສັ້ນຜ່າສູນກາງກວ້າງເຖິງ 20ກິໂລແມັດ
ອັນດັບທີ 6: ພູເຂົາໄຟເມລາປີ ເກາະຊະວາກາງ ປະເທດອິນໂດເນເຊຍ ເປັນໜື່ງພູເຂົາໄຟ 129ລູກຂອງອິນໂດທີ່ຍັງຊົງພະລັງຫຼາຍທີ່ສຸດ ຄາດການມີອາຍຸປະມານ 10.000ປີ
ອັນດັບທີ 5: ພູເຂົາໄຟກາເລຣາດ ປະເທດໂຄລົມເບຍ ຕັ້ງຢູ່ໃນອຸທະຍານແຫ່ງຊາດກາເລຣາດ ເມືອງນາຣິໂນ່ ປະເທດໂຄລົມເບຍ ເຊິ່ງນັກວິທະຍາສາດໄດ້ລົງຄວາມເຫັນວ່າຈະລະເບິດມາຫຼາຍກວ່າ 1ລ້ານປີແລ້ວ


ອັນດັບທີ 4: ເກາະຊາກຸລະ ແຂວງຄາໂກຊິມະ ປະເທດຢີ່ປຸ່ນ: ຫຼືມີສາຍາວ່າ ພູເຂົາໄຟວິສຸວຽນແຫ່ງຕາເວັນອອກ ເປັນພູເຂົ່ໄຟສະລັບຊັ້ນແລະມີພະລັງ ເຊິ່ງແຕ່ກ່ອນເປັນເກາະທຳມະດາ
ອັນດັບທີ 3: ພູເຂົາໄຟໂປໂປຄາເຕເປຕີເປເຕີນ ປະເທດແມັກຊີໂກ ຕັ້ງຢູ່ຫ່າງຈາກກຣຸງແມັກຊີໂກຊິຕີ້ພຽງ 56ກິໂລແມັດ ແລະເຄີຍລະເບີດມາແລ້ວຄັ້ງໜື່ງຈົນປະຊາຊົນຕ້ອງໄດ້ອົບພະຍົບໜີຕາຍທັນທີ


ອັນດັບທີ 2: ພູເຂົາໄຟວິສຸວຽນ ປະເທດອີຕາລີ: ເປັນພູເຂົາໄຟພຽງແຫ່ງດຽວທີ່ຍັງບໍ່ດັບໃນທະວີບຢູໂຣບຕັ້ງຢູ່ໃກ້ເມືອງນາໂປລີ ປະເທດອີຕາລີ ແລະມີການລະເບີດທຸກໆ 20ປີ
ອັນດັບທີ 1: ອຸທະຍານແຫ່ງຊາດຕິເຍໂລ່ສະໂຕນ ປະເທດສະຫະລັດອາເມລິກາ: ເປັນພູເຂົາໄຟໃຕ້ດິນທີ່ໃຫຍ່ແລະຊົງພະລັງຫຼາຍທີ່ສຸດໃນສະຫະລັດຢູ່ໃນໃຕ້ດິນອຸທະຍານເລິກລົງໄປປະມານ 8ກິໂລແມັດເຮັດໃຫ້ເກີດບໍ່ນໍ້າພຸຮ້ອນຫຼາກຫຼາຍພັນບໍ່ໃນອຸທະຍານ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page