ເຊື່ອວ່າຫຼາຍຄົນມັກດື່ມກາເຟ ເພາະເປັນເຄື່ອງດື່ມທີ່ຊ່ວຍໃຫ້ຮູ້ສືກສະໝອງຕື່ນຕົວ
ເຊິ່່ງຊ່ວຍໃຫ້ເຮັດວຽກໄດ້ຢ່າງລາບລື່ນ ແຕ່ໃນຂະນະດຽວກັນ ການດື່ມກາເຟທີ່ຫຼາຍເກີນໄປ ກໍມີສ່ວນເຮັດໃຫ້ອັນຕະລາຍຕໍ່ສຸຂະພາບ ຮ່າງກາຍົດ້ເຊັ່ນກັນ ມາເບີ່ງອັນເລີຍວ່າອັນຕະລາຍຈາກການດື່ມກາເຟຫຼາຍເກີນໄປ ສ່ຽງເຮັດໃຫ້ເກີດໂລກຫຍັງຕາມມາ.
1.ໂລກຫົວໃຈ: ການດື່ມກາເຟໃນປະລິມານທີ່ຫຼາຍຈົນເກີນໄປ ມີສ່ວນເຮັດໃຫ້ສ່ຽງເປັນໂລກຫົວໃຈ ບໍ່ວ່າຈະເປັນໂລກຫົວໃຈເຕັ້ນຜິດປົກກະ ແລະ ໂລກທີ່ກ່ຽວກັບກ້າມເນື້ອຫົວໃຈ ນັ້ນເປັນເພາະຄາເຟອີນຈະໄປກະຕຸ້ນຫົວໃຈຂອງຄົນເຮົາໃຫ້ເຕັ້ນຜິດປົກກະຕິ ຈົນບາງຄັ້ງອາດເຮັດໃຫ້ເກີດອາການໃຈສັ່ນ.
2.ໂລກເໜັບຊາ: ໂດຍປົກກະຕິແລ້ວຖ້າຮ່າງກາຍຂາດວິຕາມິີນB1 ຈະສົ່ງຜົນໃຫ້ເກີດໂລກເໜັບຊາກ້າມເນື້ອອ່ອນແຮງມີອາການບວມ ບາງຄັ້ງອາດເຖິງຂັ້ນເຮັດໃຫ້ຫົວໃຈວາຍແລະເສຍຊີວິດໄດ້ ໜື່ງໃນສາເຫດທີ່ເຮັດໃຫ້ຮ່າງກາຍຂາດວິຕາມິນກໍມາຈາກການດື່ມກາເຟຫຼາຍເກີນໄປ ເພາະຄາເຟອີນຈະເຂົ້າໄປຂັດຂວາງການດູດຊືມວິຕາມີນຊະນິດນີ້
3.ໂລກກະດູກພຸ: ໜື່ງໃນສາເຫດທີ່ເຮັດໃຫ້ເປັນໂລກກະດູກພຸກໍຄືການດື່ມກາເຟທີ່ຫຼາຍເກີນໄປເພາະກາເຟມີສ່ວນເຂົ້າໄປຂັດຂວາງການດູດຊືມເຄຼວຊຽມ ອີກທັ້ງຍັງຂັດຂວາງການນໍາເຄຼວຊຽມໄປໃຊ້ອີກດ້ວຍ ຈື່ງສົ່ງຜົນໃຫ້ກະດູກບໍ່ໄດຮັບການບໍາລຸງ ຈົນເກີກພາວະຫະດູກພຸແລະບາງຕາມມາ.
4.ໂລກຄວາມດັນໂລຫິດສູງ:ສໍາລັບໃຜທີ່ເປັນໂລກຄວາມດັນໂລຫິດສູງຢູ່ແລ້ວ ຈໍາເປັນຢ່າງຍິ່ງທີ່ຈະຕ້ອງລະມັດລະວັງໃນການດື່ມກາເຟ ເພາະຫາກມີພືດຕິກໍາການດື່ມກາເຟຫຼາຍເກີນໄປ ຈະເຮັດໃຫ້ເກີດການກະຕຸ້ນການຫຼັ່ງອະດີນາລີນ ສົ່ງຜົນໃຫ້ຫົວໃຈເຮັດວຽກເພີ່ມຂື້ນ ແລະ ກໍຈະເຮັດໃຫ້ຫົວໃຈເຕັ້ນໄວແລະເຕັ້ນແຮງຂື້ນ ຄວາມດັນໂລຫິດກໍຈະເພີ່ມຂື້ນໄດ້.
5.ໂລກກະເພາະອາຫານ: ການດື່ມກາເຟໃນປະລິມານທີ່ຫຼາຍເກີນໄປ ຈະກະຕຸ້ນໃຫ້ກົດຫຼັ່ງອອກມາດ້ວຍ ເຊິ່ງການທີ່ກົດຫຼັ່ງອອກມາກໍຈະເພີ່ມໂອກາດໃນການທີ່ກະເພາະອາຫານຈະຖືກທໍາຮ້າຍຫຼາຍຂື້ນ ສໍາລັບຄົນທີ່ເປັນໂລກກະເພາະຢູ່ແລ້ວ ຫາກດື່ມກາເຟຫຼາຍເກີນໄປ ກໍຈະຍິ່ງກະຕຸ້ນໃຫ້ເກີດແຜໃນກະເພາະຫຼາຍຂື້ນຈົນເຮັດໃຫ້ເກີດອາການເຈັບທ້ອງໜັກຂື້ນໄດ້.