ການດື່ມນໍ້າເປັນສິ່ງໜື່ງທີ່ສໍາຄັນ ໃນການດໍາລົງຊີວິດປະຈໍາວັນ ດື່ມນໍ້າໃນປະລິມານທີ່ເໝາະສົມ ປະມານ6-8ແກ້ວຕໍ່ມື້ ຫາກດື່ມນໍ້າໜ້ອຍກ່ອນຫັ້ນອາດສ່ຽງຕໍ່ໂລກຕ່າງໆດັ່ງລຸ່ມນີ້:
1.ປະຈໍາເດືອນມາບໍ່ສະໝໍ່າສະເໝີ: ຫາກມີອາການປະຈໍາເດືອນມາບໍ່ປົກກະຕິຫຼືມີສີທີ່ເຂັ້ມເກີນໄປ ມີອາການເຈັບທ້ອງແບບຮຸນແຮງ ອາດມາຈາກການດື່ມນໍ້າໃນປະລີມານທີ່ໜ້ອຍເກີນໄປເນຶ່ອງຈາກການມີປະຈໍາເດືອນແຕ່ລະຄັ້ງຮ່າງກາຍຈະຕ້ອງນໍານໍ້າມາຂັບສ້າງເປັນປະຈໍາເດືອນ
2.ກະເພາະປັດສະວະອັກເສບ: ປັດສະວະອອກແບບຢອດ ຫຼື ເຈັບປວດຕອນທີ່ປັດສະວະ ໂດຍທົ່ວໄປມັກເຂົ້າໃຈວ່າການທີ່ເຮົາອົດກັ້ນປັດສະວະ ຈະເຮັດໃຫ້ເກີດກະເພາະປັດສະວະອັກເສບຢ່າງດຽວແຕ່ຄວາມເປັນຈິງແລ້ວເກີດຈາກການດື່ມນໍ້າບໍ່ພຽງພໍ.
3.ນໍ້າໜັກເກີນ ສາເຫດມາຈາກການດື່ມນໍ້າ 1ແກ້ວ ສາມາດເຮັດໃຫ້ເຮົາກິນອາຫານໄດ້ໜ້ອຍລົງ ເຊິ່ງການດື່ມນໍ້າກ່ອນອາຫານ ຈະເຮັດໃຫ້ອີ່ມໄວແລະອີ່ມງ່າຍກວ່າການບໍ່ກິນນໍ້າເລີຍ
4.ສະໝອງເສື່ອມ ຖ້າຮ່າງກາຍຂອງເຮົາຂາດນໍ້າ ບໍ່ພຽງພໍທີ່ຈະໃຫ້ເລືອດສູບສີດ ເຂົ້າສູ່ຫົວໃຈໄປລ້ຽງສະໜອງໄດ້ຢ່າງບໍ່ພຽງພໍ ເຮັດໃຫ້ເກີດອາການສະໝອງເສື່ອມໄດ້
5.ລິດຊີດວງທະວານ ການບໍ່ດື່ມນໍ້າ ເຮັດໃຫ້ລໍາໄສ້ ຂາດນໍ້າ ບໍ່ຊຸ່ມຊື່ນ ອຸດຈະລະທີ່ອອກມາຈະເຮັດໃຫ້ແຂງແລະແຫ້ງເກີນໄປ ເມື່ອມີຂອງເສຍຢູ່ລໍາໄສ້ກໍຈະດູດຊືມສານອາຫານເຂົ້າໄປອີກຄັ້ງ.
6.ປວດຂໍ້ ໝອນຮອງກະດູກ ໂດຍສ່ວນໃຫຍ່ຄົນອັອບຟິດມັກລືມທີ່ຈະດື່ມນໍ້າ ເຊິ່ງອະໄວຍະວະຂອງໝອນຮອງກະດູກມີສ່ວນປະກອບເປັນນໍ້າ ເຊິ່ງຫາກຂາດນໍ້າຈະເຮັດໃຫ້ຂໍ້ຕໍ່ໄດ້ຮັບແຮງກະທົບເຮັດໃຫ້ເກີດການບາດເຈັບໄດ້ງ່າຍຂື້ນ