5 ສິ່ງທີ່ຄວນເຮັດໃນຕອນເຊົ້າ ຊ່ວຍຫຼຸດນໍ້າໜັກ-ສຸຂະພາບແຂງແຮງ

ຄົນຢີ່ປຸ່ນໃຫ້ຄວາມສຳຄັນກັບສຸຂະພາບລຳໄສ້ເປັນຢ່າງຫຼາຍ ເພາະພວກເຂົາເນັ້ນໜັກວ່າລຳໄສ້ເປັນເປັນຫຼັກສຳຄັນສຳລັບສຸຂະພາບແລະການຫຼຸດນ້ຳໜັກ ຫາກສະພາບເເວດລ້ອມທີ່ລຳໄສ້ດີກໍຈະເຮັດໃຫ້ສຸຂະພາບດີ ແລະເຮັດໃຫ້ຈ່ອຍໄດ້ງ່າຍ 5ພຶດຕິກຳທີ່ເຮັດໃນຕອນເຊົ້າແລ້ວຈະເຮັດໃຫ້ສຸຂະພາບດີມີດັ່ງນີ້:


1.ຮັບປະທານອາຫານໝັກດອງ, ອາຫານທີ່ມີເສັ້ນໃຍອາຫານແລະນ້ຳຕານໂອລິໂກແຊັກຄາໄຣ: ການຮັບປະທານອາຫານໝັກດອງເຊັ່ນ: ຜັກດອງ,ໂຍເກີດ ອາຫານທີ່ມີເສັ້ນໃຍອາຫານເຊັ່ນ: ສາລ່າຍທະເລ, ເຂົ້າກ່ອງ, ເຫັດ ແລະ ນ້ຳຕານໂອລິໂກແຊັກຄາໄຣຈາກອາຫານປະເພດກ້ວຍ,ຫົວຜັກບົ່ວໃຫຍ່,ນ້ຳເຜີ້ງຫຼືນໍ້າເຊື່ອມ ໃນປະລິມານທີ່ພໍພຽງຈະຊ່ວຍໃຫ້ຮ່າງກາຍຂັບຖ່າຍໄດ້ດີ


2.ຮັບປະທານໝາກໄມ້: ໝາກໄມ້ອຸດົມໄປດ້ວຍວິຕາມິນ, ແຮ່ທາດແລະເສັ້ນໃຍອາຫານທີ່ດີຕໍ່ສຸຂະພາບແລະຊ່ວຍໃຫ້ການຂັບຖ່າຍດີ, ໝາກໄມ້ທີ່ສາມາດຮັບປະທານໄດ້ເປັນປະຈຳທຸກເຊົ້າໄດ້ແກ່: ໝາກກ້ວຍ, ແອັບເປີນ ແລະໝາກໄມ້ຕາມລະດູການ ແນວໃດກໍຕາມໝາກໄມ້ບາງຊະນິດມີຜົນກະທົບຈື່ງຄວນລະວັງບໍ່ຮັບປະທານໃນປະລິມານຫຼາຍເກີນໄປ.


3.ຫຼີກລ່ຽງການຮັບປະທານນ້ຳຕານໃນຕອນເຊົ້າ: ນ້ຳຕານເປັນອາຫານຍທີ່ດີສຳລັບແບັກທີເຣຍຊະນິດດີໃນລ້ຳໄສ້ ທີ່ບໍ່ຄວນຮັບປະທານຫຼາຍທັງໃນຕອນເຊົ້າແລະລະວ່າງມື້ ການຮັບປະທານນ້ຳຕານໃນປະລິມານທີ່ລາຍເກີນໄປນອກຈາກຈະເຮັດໃຫ້ສະພາບແວດລ້ອມໃນລຳໄສ້ເສຍແລ້ວນ້ຳຕານຍັງໄປຈັບໂປຼຕິນເຮັດໃຫ້ເກີດສານ AGE


4.ການອອກກຳລັງກາຍ: ການອອກກຳລັງກາຍໃນຕອນເຊົ້າຈະຊ່ວຍເພີ່ມການເຜົາຜານພພະລັງງານແລະເຮັດໃຫ້ອັດຕາກາຍເຜົາຜານພະລັງງານພືນຖານຂອງຮ່າງກາຍສູງໝົດມື້ ນອກຈາກນີ້ການອອກກຳລັງກາຍຍັງຊ່ວຍເຮັດໃຫ້ການໄຫຼວຽນເລືອດດີແລະເຮັດໃຫ້ລຳໄສ້ເຄື່ອນຕົວຢາງແຂງຂັນ ໂດຍວິທີການອອກກຳລັງກາຍທີ່ດີຄືການບໍລິຫານຮ່າງກາຍ,ການຝຶກກ້າມເນື້ອ.


5.ອາບແສງອາທິດ: ການເປີດປະຕູຮັບແສງອາທິດແລະສູດລົມຫາຍໃຈເຂົ້າລຶກໆ ໃນຕອນເຊົ້າມີຂໍ້ດີຕໍ່ສຸຂະພາບຄືເຮັດໃຫ້ຮ່າງກາຍຫຼັ່ງສານເຊໂຣ ໂທນິນເຊິ່ງເປັນສານທີ່ຊ່ວຍໃຫ້ນອນຫຼັບໄດ້ສິໜິດໃນຕອນກາງຄືນແລະເຮັດໃຫ້ລຳໄສ້ເຮັດວຽກໄດ້ດີ

Leave a Reply

Your email address will not be published. Required fields are marked *

You cannot copy content of this page