ສະຫະລັດແລະອີິນເດຍປະກາດຝຶກຊ້ອມຮົບຮ່ວມກັນໃນປະຕິບັດການ “ຍຸດ ອັບນາ” ຫຼື ການສົງຄາມປະຕິບັດ ຕັ້ງແຕ່ເດືອນຕົ້ນຕຸລາໄປຈົນເຖິງທ້າຍເດືອນ
ການຝຶກຊ້ອມນີ້ຢູ່ເມືອງອູລີ ລັດອຸດຕາຂັນ ໃນເຂດພູເຂົາຫິມະໄລໃກ້ພົມແດນຈີນ ກສຍຝຶກຊ້ອມຕັ້ງເປົ້າເກີດຂື້ນໃນເຂດສະພາບອາກາດນາວໃນພືນທີ່ສູງຊັນ ອາດກາຍເປັນວິກິດໄຕ້ຫວັນ 2.0 ໃນຄວາມຂັດແຍ້ງພົມແດນພິພາກຫິມະໄລລະຫວ່າງນິວເດລີ-ປັກກິ່ງ ທີ່ຍັງຄົງຕໍ່ເນື່ອງ.
ນິເຄອິ ອາຊີຂອງຢີ່ປຸ່ນລາຍງານວ່າເປັນຄວາມເຄື່ອນໄຫວທີ່ເຊື່ອວ່າຈະຕ້ອງຮຽກຄວາມສົນໃຈຈສກບັນດານັກວາງແຜນສົງຄາມໃນກຣຸງປັກກິ່ງ ຫຼັງການປະເຊີນໜ້າລະຫວ່າງສະຫະລັດແລະຈີນໃນການເດີນທາງຢ້ຽມໄຕ້ຫວັນຢ່າງເປັນທາງການຂອງປະທານລັດຖະສະພາ,ສະຫະລັດ ແນນຊີ ເພໂລຊີ ຕົ້ນເດືອນນີ້.
ກອງກຳລັງປາຊີຟິກສະຫະລັດ ຢືນຢັນກັບນິເຄອິ ອາຊີເຖິງການຊ້ອມຮົບຮ່ວມລະຫວ່າງ ສະຫະລັດ-ອິນເດຍ ທີ່ກຳລັງຈະເກີດຂື້ນໃນຕົ້ນເດືອນຕຸລາ-ທ້າຍເດືອນຕຸລານີ້
ຂະນະທີ່ການຊ້ອມຮົບຮ່ວມພາຍໃຕ້ຊື່ປະຕິບັດການ “ຍຸດ ອັບຍາ” ທີ່ມີຄວາມມາຍວ່າ “ ການສົງຄາມປະຕິບັດ” ນັ້ນບໍ່ແມ່ນຫາກໍເກີດຂື້ນ ແຕ່ສິ່ງທີ່ໜ້າສົນໃຈຄື ໂລເກຊັນ ທີ່ຕັ້ງຂອງຈຸດຝຶກຊ້ອມໃນປີນີ້ ລວມໄປເຖິງທຳມະຊາດແລະເງື່ອນໄຂເວລາທັງໝົດລ້ວນມີຄວາມສຳຄັນທາງພູມສາດການເມືອງ