ອີຣານສົ່ງສັນຍານໃກ້ບັນລຸຂໍ້ຕົກລົງນິວເຄຼຍກັບຊາດມະຫາອຳນາດ

ອີຣານສົ່ງສັນຍານໃກ້ບັນລຸຂໍ້ຕົກລົງນິວເຄຼຍກັບຊາດມະຫາອຳນາດ

ສຳນັກຂ່າວຂອງອີຣານລາຍງານໂດຍອ້າງອີງຈາກເຈົ້າໜ້າທີ່ອີຣານລະບຸວ່າ ອີຣານພ້ອມຍອມຮັບຂໍ້ສະເໜີຈາກສະຫະພາບຢູໂຣບ (EU) ໃນການຮື້ຟື້ນຂໍ້ຕົກລົງນິວເຄຼຍປີ 2558 ຫາກຂໍ້ສະເໜີດົັ່ງກ່າວສາມາດໃຫ້ເຈົ້າໜ້າທີ່ອີຣານລະບຸວ່າ ລັດຖະບານອີຣານກຳລັງພິຈາລະນາຂໍ້ສະເໜີດັ່ງກ່າວ ເຊິ່ງຫາກສາມາດສ້າງຄວາມໝັ້ນໃຈຕໍ່ອີຣານໃນປະເດັນການຂວ້ຳບາດ,ການປົກປ້ອງ ແລະ ການຄ້ຳປະກັນ,ອີຣານກໍພ້ອມຍອມຮັບຂໍ້ສະເໜີດັ່ງກ່າວ


ທັ້ງນີ້ອີຣານຕ້ອງການໃຫ້ມີການຮັບຮອງວ່າຜູ້ທີ່ຈະຂື້ນມາເປັນປະທານາທິບໍດີສະຫະລັດໃນອານາຄົດຈະບໍ່ສາມາດຍົກເລີກຂໍ້ຕົກລົງນິວເຄຼຍຫາກອີຣານແລະລັດຖະບານຊຸດປະຈຸບັນໃຫ້ການຍອມຮັບຂໍ້ຕົກລົງດັ່ງກ່າວເພື່ອບໍ່ໃຫ້ເກີດເຫດການຊໍ້າຮອຍຈາກການທີ່ອາດີດປະທານາທິບໍດີໂດນັນ ທ້ຳ ປະກາດຍົກເລີກຂໍ້ຕົກລົງນິວເຄຼຍໃນປີ 2561 ແລະ ມີການບັງຄັບໃຊ້ມາດຕາການຂວ້ຳບາດຕໍ່ອີຣານ


ເຈົ້າໜ້າທີ່ EU ໄດ້ສຳເລັດການຈັດຮ່າງຂໍ້ສະເໜີສະບັບສຸດທ້າຍໃນການຮື້ຟື້ນຂໍ້ຕົກລົງນິວເຄຼຍໃນປີ 2558 ລະຫວ່າງອີຣານແລະຊາດມະຫາອຳນາດແລະໄດ້ສົ່ງຮ່າງຂໍ້ສະເນີດັ່ງກ່າວໃຫ້ກັບທາງສະຫະລັດແລະອີຣານແລ້ວໂດຍຄາດວ່າທັງສອງຝ່າຍຈະເຮັດການຕັດສິນໃຈຄັ້ງສຸດທ້າຍພາຍໃນເວລາບໍ່ຮອດອາທິດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page