ຖ້າພົບເພື່ອນຮ່ວມງານມັກເອົາປຽບ ໃຫ້ລອງເຮັດແບບນີ້ເບິ່ງ

ຖ້າພົບເພື່ອນຮ່ວມງານມັກເອົາປຽບ ໃຫ້ລອງເຮັດແບບນີ້ເບິ່ງ


ບັນຫາຂອງການເຮັດວຽກໃນສັງຄົມມະນຸດເງີນເດືອນ ນັ້ນກໍຄືເພື່ອນຮ່ວມງານນັ້ນເອງ ມະນຸດເປັນສິ່ງທີ່ເຂົ້າໃນຍາກທີ່ສຸດໃນໂລກ ການເຮັດວຽກຮ່ວມກັນບໍ່ແປກ ທີ່ຈະມີການຜິດຖຽງກັນແດ່, ແບ່ງພັກພວກ, ຄົນັ້ນດີ,ຄົນນິດີ ຄົນນີ້ບໍ່ດີ ການເຮັດວຽກກໍເຕັມໄປດ້ວຍຄວາມລຳບາກ


ເພາະບາງຄັ້ງເຮົາບໍ່ສາມາດເລືອກຄົນທີ່ຈະມາຮ່ວມງານກັບເຮົາໄດ້ ຫາກເຮົາໄດ້ເຮັດວຽກກັບຄົນທີ່ເຮົາບໍ່ມັກກໍຈະວາງຕົວຍາກ ບາງຄົນກໍຫຼີກລ່ຽງບໍ່ໄດ້ທີ່ຈະເຮັດວຽກກັບຄົນທີ່ມີອາຍຸຫຼາຍກວ່າ ເຮັດໃຫ້ຖືກເອົາປຽບແລະຖ້າຄົນທີ່ເອົາປຽບເຮົາເປັນຫົວໜ້າ ບໍ່ຕ້ອງເວົ້າເຖິງເກືອບບໍ່ມີປາກມີສຽງເລີຍ ມືນີ້ແອດມີຄຳແນະນຳມາບອກດັ່ງລຸ່ມນີ້:


1.ຢ່າເຮັດຕົວອ່ອນແອ: ການທີ່ອ່ອນແອນັ້ນເປັນການເປີດຊ່ອງທາງໃຫ້ອີກຝ່າຍເອົາປຽບເຮົາໄດ້ເພາະເຫັນວ່າເຮົາບໍ່ສູ້ຄົນແລະເຮົາເບິ່ງຄືຄົນເກງໃຈ,ບໍ່ກ້າເວົ້າ,ບໍ່ຖືສາຫຍັງ
2.ເວົ້າອອກໄປຕົງໆ: ຕ້ອງຮູ້ຈັກສະແດງຄວາມຄິດເຫັຍຕາມຄວາມຮູ້ສຶກ ມັນອາດຈະຍາກແຕ່ມັນກໍຕ້ອງຮວບຮວມຄວາມກ້າຫານແລະສະແດງເຈດຕະນາຮ່ວມໃນເມື່ອເຮົາຢູ່ແບບອົດທັນແລະຮູ້ສຶກບໍ່ພໍໃຈບັນຫາມີຕາມມາແນ່ນອນ


3.ແຍກເລື່ອງວຽກງານກັບເລື່ອງສ່ວນຕົວ: ເຖິງແມ່ນວ່າບາງຄັ້ງເຮົາຈະມີບັນຫາ ກັບຄົນທີ່ກຳລັງຮ່ວມງານດ້ວຍ, ບໍ່ມັກ,ບໍ່ຖືກໃຈເພາະເລື່ອງສ່ວນຕົວແຕ່ຕ້ອງມາເຮັດວຍກຮ່ວມກັນ ກໍຄວນອຍກໃຫ້ອອກລະຫວ່າງເລື່ອງສ່ວນຕົວກັບເລື່ອງວຽກງານເຮົາຕ້ອງມີວຸດທິພາວະລາຍພໍ
4.ຮຽນປະຕິເສດ: ຢ່າຢ້ານແຕ່ເກງໃຈ ອັນໃດກໍໄດ້ຕ້ອງຮູ້ຈັກ,ຮັກຕົນເອງຫຼາຍຂື້ນ ໂດຍການຊື່ສັດກັບຕົນເອງແລະຜູ້ອື່ນໂດຍການບອກຕົງໆກັບຕົນເອງ ເວລາມີຄົນບອກໃຫ້ເຮັດຫຍັງ ວ່າເຮົາຮູ້ສືກດີບໍ


5. ເຮັດໜ້າທີ່ຂອງເຮົາໃຫ້ດີທີ່ສຸດ: ຫາກເຮົາໄດ້ຮັບວຽກງານມາ ເຮົາຄວນເຮັດໃນສ່ວນຂອງເຮົາໃຫ້ດີ ບໍ່ວ່າຈະຢູ່ໃນສະຖານະໃດ ຖ້າເຮົາເຮັດໃນສ່ວນຂອງເຮົາໄດ້ຢ່າງເຕັມທີ່ ບໍ່ວ່າລະຫວ່າງທາງຂອງເຮົາຈະພົບບັນຫາຫຼາກນ້ອຍເທົ່າໃດກໍຜ່ານໄປໄດ້
6.ຂໍຄຳປຶກສາຈາກຫົວໜ້າ: ຫາກບັນຫາທີ່ມີຢູ່ນັ້ນມັນໜັກເກີນ ທີ່ເຮົາຈະຮັບມືເອງໄດ້ ເຮົາຈຳເປັນຕ້ອງຂໍຄວາມຊ່ວຍເຫຼືອຈາກໃຜຈັກຄົນບໍ່ວ່າຈະເປັນໝູ່ເພື່ອນທີ່ສະໜິດ,ຫົວໜ້າ ຄວນປຶກວສາຫາທາງອອກ.


7.ຫາວຽກໃໝ່: ຫາກເກີດບັນຫາທີ່ເກີດຂື້ນ ມາຮອດຈຸດທີ່ແກ້ໄຂບໍ່ໄດ້ ໃຫ້ກຽມຫາວຽກໃໝ່ຖ້າໄດ້ເລີຍ ບັນຫາກັບຄົນແກ້ຍາກຫຼາຍ,ຖ້າເຮົາເບື່ອວຽກງານ ຍັງອອກໄປຫາແຮງບັນດານໃຈເພື່ອໃຫ້ມີໄຟໃນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page