ຜູ້ຍິງຫຼາຍໆຄົນອາດຈະຍັງບໍ່ຮູ້ວ່າ…ສິ່ງທີ່ເຮັດຢູ່ໃນຕອນນີ້ມັນດີແລ້ວບໍ?
ເຊິ່ງອານາຄົດເປັນສິ່ງທີ່ບໍ່ມີໃຜຮູ້ແນ່ນອນ ຖ້າເກີດວ່າອານາຄົດນັ້ນຕ້ອງຈົບລົງເຊິ່ງຕ້ອງບອກເລີຍວ່າບໍ່ມີໃຜຢາກຈະເປັນແບບນີ້ແນ່ນອນ ມື້ນິແອດຈະມາບອກວ່າໃຜທີ່ຍັງເປັນນິໃສເຫຼົ່ານີ້ປ່ຽນດ່ວນກ່ອນຈະສາຍເກີນໄປ.
1.ໜ້າໃຫຍ່ເຂົ້າໄວ້: ເຊິ່ງຖ້າມີຄວາມຄິດແບບນີ້ ຄິດເບິ່ງວ່າຖ້າເປັນຄົນລວຍເຮົາສາມາດໃຊ້ຈ່າຍ ແລະ ສາມາດລ້ຽງໃຜກໍໄດ້ ເຮັດໃຫ້ຄົນຢາກລວຍສ່ວນໜື່ງປະຕິບັດດ້ວຍການໃຊ້ເງີນ ທີ່ມີຢ່າງຟຸ້ມເຟືອຍເພື່ອຮັກສາໜ້າຄົນລວຍຂອງຕົນເອງ
2.ຄວາມຮັກທີ່ແລກມາກັບເງີນ: ຫຼາຍຄົນທີ່ຕ້ອງການໄດ້ຮັບການຍອມຮັບຈາກຄູ່ຮັກດ້ວຍການສະແດງອອກທາງຖານະວ່າຕົນເອງນັ້ນມີຖານະດີ ດັ່ງນັ້ນທີ່ພົບກັບມັກຊັກຊວນຄູ່ຮັກໄປຮັບປະທານອາຫານທີ່ຫຼູແລະແພງ ເຊິ່ງການປະຕິບັດແບບນິຈົນເປັນນິໃສເຮັດໃຫ້ລະບົບການໃຊ້ຈ່າຍຂອງຕົນເອງຂາດສະພາບຄ່ອງໄດ້.
3.ການພະນັນເພື່ອຄວາມລວຍ: ເປັນສິ່ງໜື່ງທີ່ຄົນຈົນມັກນິຍົມເຮັດ ເພາະເຂົາມັກຄິດວ່າຕົນເອງຈົນ ບໍ່ສາມາດໄປເຮັດວຽກຫຍັງໄດ້,ບໍ່ມີຄວາມສາມາດໃນການປະກອບອາຊີບຈື່ງຄິດໄປວ່າທາງດຍວທີ່ຈະເຮັດໃຫ້ຕົນເອງມີຖານະຄືການຫຼິ້ນການພະນັນ
4.ການລົງທືນແບບບໍ່ມີຄວາມຮູ້: ດ້ວຍຄວາມຢາກລວຍຈະມີກຸ່ມໜື່ງທີ່ມີເງີນທືນຢູ່ແລ້ວຄິດຢາກເຮັດທຸລະກິດ ຄົນເຫຼົ່ານີ້ຈະລົງທືນໃນທຸລະກິດຕາມກະແສນິຍົມ ໂດຍບໍ່ມີການສຶກສາຂໍ້ມູນມາກ່ອນລົງທືນ ຜົນທີ່ໄດ້ຮັບກໍຄືການລົງທືນບໍ່ປະສົບຜົນສຳເລັດ
5.ດວງແລະໂອກາດ: ເລື່ອງນີ້ເຮົາມັກຈະເຫັນຫຼາຍໆຄົນທີ່ບໍ່ປະສົບຜົນສຳເລັດນິຍົມເຮັດຄື ເຂົາມັກຄອຍໃຫ້ໂອກາດໃຫ້ມາຫາຕົນເອງໂດຍທີ່ບໍ່ໄປຊອກຫາມັນ ຖ້າແຕ່ໂຊກຊະຕາ ບາງຄົນເຖິງຂັ້ນຕ້ອງດູດວງຢູ່ຕະຫຼອດເພື່ອໃຫ້ຮູ້ວ່າຕົນເອງຈະລວຍຕອນໃດ ແຕ່ບໍ່ເຄີຍລົງມືເຮັດຫຍັງເລີຍ
6.ເຮັດວຽກທາງດຽວ: ເປັນນິໃສໜື່ງທີ່ຄົນຢາກລວຍມີເພາະຄົນເຫຼົ່ານີ້ຈະມີຄວາມຮູ້ສຶກວ່າການເຮັດວຽກຢ່າງດຽວກໍສາມາດສ້າງລາຍໄດ້ທີ່ພຽງພໍ ໃຫ້ກັບຕົນເອງພວກເຂົາບໍ່ຄິດຫາເລື່ອງຄວາມບໍ່ແນ່ນອນໃນອາຊີບ ບໍ່ຄິດຫາຄວາມໝັ້ນຄົງທາງການເງີນໃນອານາຄົດ