ໂຈ ໄບເດັນ ຍັງໄຫວ! ກຽມລົງເລືອກຕັ້ງປະທານາທິບໍດີສະຫະລັດອີກສະໄໝ
ຈາກການລາຍງານໂດຍອ້າງຂໍ້ມູນຈາກຜູ້ຊ່ວຍແລະພັນທະມິດຫຼາຍຄົນຂອງ ທ່ານ ໂຈ ໄບເດັນ ປະທານາທິບໍດີິສະຫະລັດ ກ່າວວ່າໄບເດັນ ກຳລັງກຽມແຜນເປີດຕົວການລົງເລືອກຕັ້ງຕຳແໜ່ງປະທານາທິບໍດີສະຫະລັດອີກສະໄໝ ກັບອາດີດປະທານາທິບໍດີໂດນັນ ທ້ຳ

ໃນປີ 2567 ຫຼັງການເລືອກຕັ້ງກາງພາກໃນເດືອນພະຈິກນີ້ ເຖິງແມ່ນວ່າຈະຖືກຕັ້ງຄຳຖາມເພີ່ມຂື້ນເລື້ອຍໆກ່ຽວກັບອານາຄົດທາງການເມືອງກໍຕາມ ແຫຼ່ງຂ່າວຍັງລະບຸວ່າ ໄບເດັນຢືນຢັນໃນການລົງເລືອກຕັ້ງ ເຖິງແມ່ນວ່າຜົນສຳຫຼວດຈະສະແດງໃຫ້ເຫັນວ່າສະມາຊິກພັກເດໂມແຄດສ່ວນໃຫຍ່ຕ້ອງການຜູ້ສືບທອດທ່ານອື່ນຫຼາຍກວ່າປະທານາທິບໍດີອາຍຸ 79ປີ ຂະນະດຽວກັນ
ໄບເດັນຍັງມີຄະແນນນິຍົມຢູ່ປະມານ 40%ເທົ່ານັ້ນ ແນວໃດກໍຕາມ ຜູ້ໃກ້ຊິດຢືນຢັນວ່າ ໄບເດັນ ໄດ້ຮັບສຽງສະໜັບສະໜູນຈາກຄວາມສຳເລັດດ້ານກົດໝາຍ
ເສດຖະກິດແລະນະໂຍບາຍຕ່າງປະເທດ ຂະນະທີ່ທີມງານຍັງມຸ່ງໝັ້ນເຮັດທຸກວິທີທາງເພືອ່ຂັດຂວາງບໍ່ໃຫ້ ທ້ຳ ໄດ້ເປັນຜູ້ນຳອີກຄັ້ງ.