10 ອັນດັບຫົນທາງທີ່ອັນຕະລາຍທີ່ສຸດໃນໂລກສ່ຽງທຸກໂຄ້ງ

10 ອັນດັບຫົນທາງທີ່ອັນຕະລາຍທີ່ສຸດໃນໂລກສ່ຽງທຸກໂຄ້ງ


ອັນດັບທີ 10 The Tongtian Highway in Zhangjiajie, China ປະເທດຈີນ: ຫົນທາງເສັ້ນນີ້ຢູ່ໃນອຸທະຍານແຫ່ງຊາດ Tianmen ແຂວງຫູໜານ ປະເທດຈີນ ເສັ້ນທາງຈະຄົດໂຄ້ງໄປມາ ມີໂຄ້ງທັງໝົດ 99ໂຄ້ງ
ອັນດັບທີ 9: Trollstigen Road, Norway ນໍເວ ມີໂຄ້ງອັນຕະລາຍແລະທາງແຄບຈຳນວນຫຼາຍ ວັດຄວາມຊັນໄດ້ 9ອົງສາ ແລະໂຄ້ງອັນຕາລາຍ 853ແມັດ ເໜືອລະດັບນ້ຳທະເລ


ອັນດັບທີ 8: . Stelvio Pass, Italy ຢູ່ທາງທິດຕາເວັນອອກຂອງພູເຂົາ Alps ໃກ້ເຂດຊາຍແດນ Swiss ມີໂຄ້ງອັນຕະລາຍ 48ໂຄ້ງ ຢູ່ເໜືອລະດັບນ້ຳທະເລ 2.7ກິໂລແມັດແລະເປັນຫົນທາງທີ່ມີລົມແຮງທີ່ສຸດເສັ້ນໜື່ງຂອງປະເທດດ້ວຍ ແຕ່ໂຊກດີທີ່ບໍ່ມີຈຸດໜ້າຜາສູງຫຼາຍ
ອັນດັບທີ 7: Guoliang Tunnel Road, China
ປະເທດຈີນ: ຫົນທາງເຈາະຂອບພູເຂົາ Taihang ເຮັດເປັນອຸໂມງໃຫ້ລົດສັນຈອນໄດ້ ໃຊ້ເວລາສ້າງ 5ປີ ມີຄວາມຍາວ 1.3ກິໂລແມັດ ສູງ 4.5ແມັດ ຕະຫຼອດທາງຈະມີສ່ວນທີ່ເຈາະເປັນປະຕູໃຫ້ເບິ່ງອອກໄປຊົມວິວໄດ້


ອັນດັບທີ 6: Fairy Meadows Road, Pakistan ປາກີສະຖານ: ເສັ້ນທາງນີ້ຢູ່ລຸ່ມພູ Nanga Parbat ເປັນພູທີ່ສູງອັນດັບ 9ຂອງໂລກ Fairy Meadows ມີວິວທີ່ສວຍງາມແລະໃຊ້ເວລາ 1ຊົ່ວໂມງຈື່ງຜ່ານເສັ້ນທາງນີ້ໄດ້
ອັນດັບທີ 5: Los Caracoles Pass, Chile and Argentina ຊີລີແລະອາເຈນຕິນາ: ເສັ້ນທາງບທີ່ຕັດຜ່ານປະເທດ Chile ແລະ Argentina ມີທາງໂຄ້ງໄປກັບຢູ່ຫຼາກຫຼາຍ ບໍ່ມີຮົ້ວກັ້ນຂອບທາງ ແລະປົກຄຸ້ມດ້ວຍຫິມະເກືອບໝົດປີ


ອັນດັບທີ4: Atlas Mountains Road, Morocco ໂມຣອດໂກ: ເສັ້ນທາງໂຫດເທິງພູ Atlas ທີ່ມີໂຄ້ງອັນຕະລາຍຫຼາຍ ຜູ້ຂັບຂີ່ຈະຕ້ອງມີຄວາມຊໍານານຢ່າງຫຼາຍໃນການຂັບຜ່ານເສັ້ນທາງນີ້
ອັນດັບ 3: Col de Turini, France ຝຮັ່ງເສດ: ເສັ້ນທາງຍອດນິຍົມທີ່ໃຊ້ແຂ່ງຂັນລາຍການແຮລີ່ Monte Carlo ມີຄວາມສູງ 1.5ກິໂລແມັດ ມີໂຄ້ງອັນຕະລາຍ 34ໂຄ້ງ


ອັນດັບທີ2: Dalton Highway, U.S. ອາເມລິກາ: ດ້ວຍເສັ້ນທາງທີ່ຫຍາບເຖິງ 666ກິໂລແມັດ ເລີ່ມທາງຫຼວງ Elliottໄປບັນຈົບທີ່ Dead Horse ໃກ້ກັບມະຫາສະໝຸດ Arctic ເສັ້ນທາງນີ້ໃຊ້ຂົນສົ່ງຂອງດ້ວຍລົດບັນທຸກໄປຍັງອາລາສກ້າເປັນຫຼັກ.


ອັນດັບທີ 1: Yungas Road, Bolivia ໂບລິເວຍ: ເປັນຫົນທາງທີ່ອັນຕະລາຍທີ່ສຸດໃນໂບກ ມີສາຍາວ່າ “Road of Death” ມີຜູ້ເສຍຊີວິດໃນບ່ອນນີ້ເປັນ 1.000ຄົນ ເພາະທາງສັນຈອນແຄບ ໂຄ້ງອັນຕະລາຍ ມີໝອກປົກຄຸມໜາແໜ້ນແລະບໍ່ມີຮົ້ວກັ້ນ.
https://travel.trueid.net/detail/J5pPYRaj2nK

Leave a Reply

Your email address will not be published. Required fields are marked *

You cannot copy content of this page