ອ່ານດ່ວນ! 7 ສາເຫດຄວນຢຸດເຮັດ ເພື່ອບໍ່ໃຫ້ຜົມຫຼົ່ນ
ເຊິ່ງມີການເຜີຍຈາກແພດວ່າ ສາເຫດຂອງພາວະຜົມຫຼົ່ນເກີດຂື້ນໄດ້ຫຼາຍສາເຫດແຕ່ທຸກສາເຫດສາມາດຮັກສາໄດ້
ໂດຍປົກກະຕິຄົນເຮົາຈະມີຜົມລົ່ນເປັນປະຈຳໃນທຸກມື້ ແຕ່ບໍ່ເກີນມື້ລະ 30ຫາ50ເສັ້ນ ຜົມຫຼົ່ນຜິດປົກກະຕິອາດເກີດຈາກສາເຫດຕ່າງໆດັ່ງລຸ່ມນີ້:
1.ຜົມຫຼົ່ນຈາກກຳມະພັນ: ສາມາດພົບໄດ້ທັງຊາຍ-ຍິງ ແຕ່ສ່ວນໃຫຍ່ມັກພົບໃນເພດຊາຍ ເຫັນເປັນເສັ້ນຂົນອ່ອນໆ ເຮັດໃຫ້ຜົມບໍລິເວນນັ້ນບາງລົງ ສ່ວນຫຼາຍຈະເປັນບໍລິເວນກາງຫົວແລະໜ້າຜາກ
2.ຜົມຫຼົ່ນເກີດຈາກການທີ່ຜົມຢຸດການຈະເລີນຊົ່ວຄາວຈາກການເຈັບປ່ວຍຫຼືຄວາມຄຽດຫຼາຍຫຼືຂາດສານອາຫານເຊັ່ນ: ເຫຼັກຫຼືວິຕາມິນດີ ເຮັດໃຫ້ວົງຈອນຊີວິດເສັ້ນຜົມກຳລັງຈະເລີນມີການຢຸດຈະເລີນແລະຫຼຸດຫຼົ່ນຫຼາຍກວ່າປົກກະຕິ.
3.ຜົມຫຼົ່ນເປັນບ່ອນ: ເກີດຂື້ນໂດຍບໍ່ຮູ້ສາເຫດຊັດເຈນ ຈະມີອາການຜົມຫຼົ່ນສະເພາະທີ່ບໍລິເວນທີ່ຫຼົ້່ນເທົ່ານັ້ນມີລັກສະນະຂອບເຂດຊັດເຈນ ກາງຫົວບໍ່ມີເສັ້ນຜົມໃນບໍລິເວນນັ້ນ, ບໍ່ແດງ,ບໍ່ເຈັບ,ບໍ່ຄັນ
4.ຜົມຫຼົ່ນຈາກການຖອນ: ພົບໄດ້ຫຼາຍໃນຜູ້ໃຫຍ່ແລະເດັກທີ່ມີຄວາມຄຽດ ຈາກສາເຫດຕ່າງໆຜູ້ປ່ວຍຈະດືງຜົມຕົນເອງຈົນແຫວ່ງ ໜັງຫົວບໍລິເວນທີ່ຜົມຫຼົ່ນຈະມີຜື່ນຄັນແລະຈະພົບເສັ້ນຜົມທີ່ເປັນຕໍ່ສັ້ນໆ.
5.ຜົມຫຼົ່ນຈາກເຊື້ອລາ: ອາດພົບໄດ້ຫຼາຍໃນເດັກນ້ອຍ ເກີດຈາກການຕິດເຊື້ອລາທີ່ເຮັດໃຫ້ຜົມຫຼົ່ນເປັນບ່ອນ ເປັນຜືນແດງຄັນຫຼືກ້ອນອັກເສບຄ້າຍຝີ
6.ຜົມຫຼົ່ນຈາກການເຮັດຜົມ: ການຍ້ອມຜົມ,ດັດຜົມ ເປົ່າຜົມຫຼືວິທີອື່ນໆ ອາດເຮັດໃຫ້ມີຶາການຜົມຫຼົ່ນໄດ້ຈາກການທີ່ມີໜັງຫົວອັກເສບ
7.ຜົມຫຼົ່ນຈາກໂລກອື່ນໆ: ຜູ້ປ່ວຍທີ່ມີໂລກບາງຢ່າງເຊັ່ນ: ໂລກເອແອດອີ ກໍອາດມີອາການຜົມຫຼົ່ນ, ຜົມບາງ ຮ່ວມກັບອາການໄຂ້ຊຳເຮື້ອ, ໂລກຜົມຫຼົ່ນອາດມີອາການອັກເສບ.