ແມ່ນແທ້ຫຼືບໍ? ອາຍຸຫຼາຍຂື້ນລວງສູງອາດຫຼຸດລົງ

ແມ່ນແທ້ຫຼືບໍ? ອາຍຸຫຼາຍຂື້ນລວງສູງອາດຫຼຸດລົງ


ເມື່ອອາຍຸເຂົ້າເລກ 4 ເລກ 5 ຈົນໄປເຖິງເລກ 6 ໂລກໄພໄຂ້ເຈັບຕ່າງໆ ເລີ່ມຖາມຫາຫຼາຍຂື້ນ ຄວາມຜິດປົກກະຕິຕ່າງໆ ກໍເລີ່ມມາໃຫ້ເຫັນຢູ່ເລື້ອຍໆ ເລື່ອງທີ່ລາຍຄົນອາດສົງໄສແລະເປັນກັງວົນຫຼືສ່ວນສູງທີ່ຫາຍໄປເມື່ອແກ່ລົງ ເປັນເລື່ອງແທ້ລືບໍເຊິ່່ງຈະມີຄຳຕອບດັ່ງລຸ່ມນີ້:


ແທ້ຫຼືບໍ ອາຍຸຫຼາຍຂືນຄວາມສູງຫຼຸດລົງ ເປັນເລື່ອງທີ່ສາມາດເກຮີດຂື້ນໄດ້ ເມື່ອເຂົ້າສູ່ຊ່ວງອາຍຸແກ່ ໂດຍປົກກະຕິເກີດໄດ້ຈາກຫຼາຍສາເຫດເຊັ່ນ:
1.ພາວະກະດູກສັນຫຼັງຫັກຍຸບຈາກໂລກກະດູກຄຸ: ເປັນໂລກທີ່ມີຄວາມແຂງແຮງຂອງກະດູກຫຼຸດລົງ ສົ່ງຜົນໃຫ້ກະດູກຫັກງ່າຍເຖິງໄດ້ຮັບອຸບັດຕິເຫດທີ່ບໍ່ຮຸນແຮງ ບໍລິເວນທີ່ພົບກະດູກຫັກຈາກໂລກກະດູກຄຸໄດ້ຕະຫຼອດໄດ້ແກ່, ກະດູກສັນຫຼັງ,ກະດູກສະໂພກແລະກະດູກຂໍ້ມື


2.ພາວະກະດູກສັນຫຼັງເຊື່ອມ: ເຮັດໃຫ້ກະດູກຫຼັງກົ່ງງໍ, ຫຼັງຂ້ວມ ກໍເປັນສາເຫດທີ່ເຮັດໃຫ້ຄວາມສູງຫຼຸດລົງໄດ້ເຊັ່ນກັນ.
3.ການຍຸບຕົວຂອງໝອນຮອງກະດູກສັນຫຼັງຈາກການເສື່ອມຕາມອາຍຸ: ເມື່ອອາຍຸເພີ່ມຂືນປະລິມານນ້ຳໃນໝອນຮອງກະດູກຈະຫຼຸດລົງ ຄວາມສູງຈື່ງຫຼຸດລົງຕາມໄປດ້ວຍ ຫາກຜູ້ສູງອາຍຸມີຄວາມສູງຫຼຸດລົງຢ່າງໜ້ອຍ 4ຊັງຕີແມັດ ເມື່ອທຽບກັບຄວາມສູງໃນຊ່ວງໄວໜຸ່ມ ຄວນຕ້ອງສົງໄສໂລກກະດູກຄຸ ແລະ ຄວນພົບແພດເພື່ອຮັບການບົ່ງມະຕິເພີ່ມເຕີມ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page