ຂໍ້ຄິດຂອງເສດຖີຈີນ “ສອນລູກໃຫ້ໃຊ້ຊີວິດ” ໃຫ້ຮູ້ຈັກຄິດເປັນຕັ້ງແຕ່ຍັງນ້ອຍ

ຂໍ້ຄິດຂອງເສດຖີຈີນ “ ສອນລູກໃຫ້ໃຊ້ຊີວິດ” ໃຫ້ຮູ້ຈັກຄິດເປັນຕັ້ງແຕ່ຍັງນ້ອຍ



1.ບໍ່ຕ້ອງຕັ້ງໃຈຮຽນຫຼາຍເກີນໄປ ໃນສາຍວິໍາທີ່ຕົນເອງເລືອກແຕ່ພາສາອັງບກິດແລະພາສາຈີນຈຳເປັນຫຼາຍ ຈົ່ງໃສ່ໃຈສ່ວນວິຊາອື່ນໆ ເອົາແຕ່ພໍດີພໍຫາວຍກເຮັດງານທຳດີໆໄດ້ກໍພໍ ເພາະໂລກແຫ່ງຄວາມເປັນຈິງວັດກັນທີ່ຜົນງານ
2.ເລືອກວຽກງານທີ່ເຮົາມັກ ແຕ່ຢ່າລືມວ່າອາຊີບນັ້ນສາມາດລ້ຽງເຮົາໄດ້ແທ້ຫຼືບໍ່ ຖ້າບໍ່ແມ່ນຢ່າຫຼອກຕົນເອງ
3.ການເຮັດກິດຈະກຳໃນຮົ້ວມະຫາວິທະຍາໄລ ນັ້ນສຳຄັນຫຼາກພໍກັບການເຄັ່ງຄັດໜ້າຕຳລາຮຽນ


4.ຢ່າຄິດວ່າຕົນເອງເຮັດຫຍັງໄດ້ແຕ່ຢ່າງດຽວ ເເພາະຄວາມສາມາດຂອງຄົນເຮົາມີຫຼາຍກວ່າ1ສະເໝີ
5.ເມື່ອເຖິງໄວເຮັດອີກ ໃຜເກັບເງີນກ່ອນຈະລວຍໄວກວ່າແລະສິ່ງສຳຄັນທີ່ຕ້ອງບຈື່ໄວ້ຄືື “ຊີວິດບໍ່ດີໜີ້ ຄືຊີວິດປະເສີດທີ່ສຸດ”
6.ຫາເປົ້າໝາຍໃນຊີວິດໃຫ້ພົບໂດຍໄວທີ່ສຸດເພາະມັນຈະເປັນເຄື່ອງນຳທາງຂອງເຮົາໃນຊາດນີ້ຕະຫຼອດໄປ
7.ຄອນເນັກຊັ່ນຫຼືສາຍສຳພັນເປັນສິ່ງງທີ່ສຳຄັນຫຼາຍ ຕໍ່ໃຫ້ແກ່ເທົ່າໃດ ກໍສູ້ການມີໝູ່ເພືອນຫຼາຍບໍ່ໄດ້


8.ຊື້ເຮືອນກ່ອນຊື້ລົດ ເພາະເຮືອນມີແຕ່ຈະມີມູນຄ່າເພີ່ມຂື້ນ ລົດມີແຕ່ມູນຄ່າຫຼຸດລົງ
9.ດອກເບ້ຍເຮືອນນັ້ນໂຫດຫຼາຍຮີບໃຊ້ໃຫ້ໝົດໂດຍໄວທີ່ສຸດ ກ່ອນທີ່ຈະແກ່ແລ້ວຜ່ອນບໍ່ໄຫວ
10.ການເກັບເງີນເປັນພຽງຂັ້ນທຳອິດສູ່ຄວາມລວຍ ແຕ່ຂັ້ນຕໍ່ມາຄືຕ້ອງຮູ້ຈັກລົງທືນ ຢ່າລືມຄົບກັບທີ່ປຶກສາການເງີນໄວ້ເປັນເພື່ອນ
11.ຢ່າເປັນສັດຕູກັບໃຜກໍຕາມໃນໂລກນີ້ ເພາະເຮົາຈະບໍ່ມີທາງຮູ້ວ່າມື້ໜື່ງເຂົາອາດຈະຍິ່ງໃຫຍ່ຫຼາຍຈົນກັລມາທຳຮ້າຍເຮົາກໍເປັນໄດ້


12.ເມື່ອມີໂອກາດເຂົ້າມາຈົ່ງຢ່າປະຕິເສດ ເຖິງຈະລົ້ມເຫຼວ ແຕ່ມັນກໍຄືປະສົບການ
13.ຄວນມີວຽກເຮັດງານທຳຫຼາຍກວ່າ 1 ເພາະຄວາມໝັ້ນຄົງບໍ່ເຄີຍມີໃນໂລກນີ້
14.ເລືອກຄູ່ຊີວີິດຈົ່ງຄິດໃຫ້ດີໆ ຢ່າເບິ່ງຂໍ້ດີຂອງເຂົາ ແຕ່ຕ້ອງເບິ່ງພ້ອມວ່າເຮົາສາມາດ ຮັບຂໍ້ເສຍຂອງເຂົາໄດ້ຫຼາຍເທົ່າໃດ
15.ສ້າງເນື້ອສ້າງຕົວໃຫ້ໄວທີ່ສຸດ ໃນຂະນະທີ່ເຮົາຍັງກຳລັງຍັງເປັນໝຸ່ມສາວ ເພາະການຝ່າຟັນອຸປະສັກໃນຊ່ວງອາຍຸຫຼາຍ ບໍ່ແມ່ນເລື່ອງມ່ວນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page