ຍັງບໍ່ຈົບ! ສະຫະລັດມີແຜນລ່ອງເຮືອ-ບິນຜ່ານຊ່ອງແຄບໄຕ້ຫວັນຕອບໂຕ້ຊ້ອມຮົບຈີນ
ສະຫະລັດມີແຜນສັນຈອນທາງອາກາດແລະທາງທະເລຮອບໃໝ່ຊ່ອງແຄບໄຕ້ຫວັນ ກ້າວຢ່າງທີ່ທາງທຳນຽບຂາວບອກວ່າຈະເປັນຄວາມເຄື່ອນໄຫວຕອບໂຕ້ການຊ້ອມຮົບທາງທະຫານຂອງຈີນໃນຊ່ອງແຄບແຫ່ງນີ້ ທ່າມກາງຄວາມຕືງຄຽດທີ່ພຸ່ງສູງໃນພາກພື້ນ
ຈີນໄດ້ເຮັດການຊ້ອມຮົບທາງທະຫານຄັ້ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ ອ້ອມຮອບໄຕ້ຫວັນ ເຊິ່ງປັກກິ່ງເບິ່ງວ່າເປັນສ່ວນໜື່ງຂອງດິນແດນ ລະຫວ່າງທີ່ ທ່ານນາງແນນຊີ ເພໂລຊີ ປະທານສະພາຜູ້ແທນລາດສະຫະລັດ ເດີນທາງຢ້ຽມເກາະແຫ່ງນີ້ຊ່ວງຕົ້ນເດືອນທີ່ຜ່ານມາ
ເຄິ ແຄມເບ ຜູ້ປະສານງານທຳນຽບຂາວດ້ານພາກພື້ນອາຊີ-ປາຊີຟິກ ແລະ ທີ່ປຶກສາຂອງປະທານາທິບໍດີໂຈ ໄບເດັນ ກ່າວວ່າຄວາມຕືງຄຽດພຸ່ງສູງ ແຕ່ກອງກຳລັງສະຫະລັດ “ ຈະຍັງຄົງບິນ ລ່ອງເຮືອແລະປະຕິບັດການຕ່າງໆ ຕາມທີ່ກົດໝາຍລະຫວ່າງປະເທດອານຸຍາດ ສອກຄ້ອງກັບພັນທະສັນຍາທີ່ມີມາດົນຂອງເຮົາຕໍ່ເສລີພາບແຫ່ງການລ່ອງເຮືອ ໃນນັ້ນລວມເຖິງການບິນຕາມມາດຖານແລະລ່ອງເຮືອຜ່ານຊ່ອງແຄບໄຕ້ຫວັນ ໃນຊ່ວງບໍ່ຮອຶດອາທິດທີ່ຜ່ານມາ”
ນອກຈາກນີ້ ແຄມເບ ເຜີຍວ່າ ວໍຊິງຕັນກຽມຖະແຫຼງ “ ໂລດແມບທີ່ເຕັມໄປດ້ວຍຄວາມທະເຍີທະຍານ” ສຳລັບການມີຄວາມສຳຄພັນທາງເສດຖະກິດກັບໄຕ້ຫວັນທີ່ແນ້ນແຟ້ນຍິ່ງຂື້ນຕາມຫຼັງຄວາມຕືງຄຽດກັບຈີນ ໃນປະເດັນທີ່ກ່ຽວຂ້ອງກັບເກາະປົກຄອງຕົນເອງແຫ່ງນີ້