ບັນດາປະເທດສະມາຊິກອີຢູເພີ່ມການນຳເຂົ້ານ້ຳມັນແລະຜະລິດຕະພັນນ້ຳມັນຈາກຣັດເຊຍໃນເດືອນມີຖຸນາ ເມື່ອທຽບກັບໜື່ງເດືອນກ່ອນໜ້ານີ້
ສຳນັກຂ່າວມອສໂກລາຍງານຈາກການອ້າງອີງຂໍ້ມູນເບື້ອງຕົ້ນຂອງສຳນັກງານສະຖິຕິຢູໂຣບ ຕົວເລກນໍາເຂົ້າທີ່ເພີ່ມຂືນນີ້ ມີຂື້ນຫຼັງຈາກລັດຖະບານຊາດຕ່າງໆ ຂອງອີຢູ ເຫັບພ້ອມມາດຕາການຂວ້ຳບາດນ້ຳມັນດິບຣັດເຊຍ ເຊິ່ງຈະມີຜົນບັງຄັບໃຊ້ໃນຊ່ວງຕົ້ນປີ 2023
ເຊິ່ງບັນດາປະເທດອີຢູນຳເຂົ້າປີໂຕລຽມຣັດເຊຍເກືອບ 7.3ລ້ານໂຕນ ໃນເດືອນມີຖຸນາ ເຊິ່ງເພີ່ມຂື້ນຈາກເດືອນພຶດສະພາ 0.4% ສ່ວນການນຳເຂົ້າຜະລິດຄຕະພັນຈາກຣັດເຊຍເພີ່ມຂື້ນ 9.7% ເມື່ອທຽບກັບໜື່ງເດືອນ
ເຄມີຈາດຣັດເຊຍ ໃນເດືອນມີຖຸນາ ເພີ່ມຂື້ນຈາກລະດັບຂອງເດືອນພຶດສະພາເຖິງ 2.7% ແນວໃດກໍຕາມຂໍ້ມູນພົບວ່າປະເທດຕ່າງໆ
ໃນອີຢູນຳເຂົ້າການສະໜອງເຊື້ອໄຟຟອສຊິວຂອງຣັດເຊຍຫຼຸດລົງຫາກທຽບເປັນປີ ທ່າມກາງການຂວ້ຳບາດຂອງຕາເວັນຕົກ ໂດຍໃນເດືອນມີຖຸນາ 2022ການສົ່ງອອກນ້ຳມັນຣັດເຊຍໄປຍັງອີຢູ ຫຼຸດລົງຈາກເດືອນດຽວກັນຂອງປີກ່ອນ 7% ສ່ວນຍອກຂາຍຜະລິດຕະພັນນໍ້າມັນກໍຫຼຸດລົງເຊັ່ນກັນເຖິງ 24%